lo_tn/2jn/01/01.md

4.4 KiB

ຂໍ້ມູນເຊື່ອມຕໍ່:

ຫລັງຈາກການທັກທາຍແລ້ວ, ໂຢຮັນໄດ້ສະແດງໃຫ້ຜູ້ທີ່ເຊື່ອວ່າຄວາມຮັກ ແລະຄວາມຈິງໄປນຳກັນ.

ຂໍ້ມູນທົ່ວໄປ:

ຕາມຫລັກປະເພນີໄດ້ລະບຸວ່າອັກຄະສາວົກໂຢຮັນເປັນຜູ້ຂຽນຈົດ ຫມາຍສະບັບນີ້. ອາດຈະເວົ້າເຈາະຈົງເຖິງທ່ານສຸພາບສະຕຣີ, ເພາະວ່າລາວຂຽນວ່າພວກເຂົາຄວນ "ຮັກຊຶ່ງກັນແລະກັນ," ນີ້ອາດຈະເປັນຄຣິສຕະຈັກ.

ຂໍ້ມູນທົ່ວໄປ:

ທັງໝົດຄຳວ່າ "ທ່ານ" ແລະ "ຂອງທ່ານ" ໃນຈົດໝາຍສະບັບນີ້ເປັນຈຳນວນຫລາຍເວັ້ນເສຍແຕ່ໄດ້ລະບຸເປັນຢ່າງອື່ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຂໍ້ມູນທົ່ວໄປ:

ໃນຈົດໝາຍສະບັບນີ້, ຫາຍເຖິງຕົວໂຢຮັນເອງ ແລະ ຜູ້ອ່ານໂດຍໃຊ້ ຄຳວ່າ "ພວກເຮົາ" ແລະ "ຂອງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-inclusive)

ຈາກຜູ້ປົກຄອງເຖິງທ່ານສຸພາບສະຕຣີທີ່ຊົງເລືອກໄວ້

ວິທີທີ່ເລີ່ມຕົ້ນຈົດຫມາຍສະບັບນີ້. ຊື່ຂອງຜູ້ຂຽນສາມາດເຮັດໄດ້ຢ່າງຊັດເຈນ. ອາດແປອີກໄດ້ວ່າ: "ຂ້າພະເຈົ້າ, ໂຢຮັນເປັນ ຜູ້ປົກຄອງທີ່ກຳລັງຂຽນຈົດຫມາຍສະບັບນີ້ໃຫ້ແກ່ທ່ານສຸພາບສະຕຣີທີ່ຊົງເລືອກໄວ້ ແລະ ບັນດາລູກຂອງນາງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຜູ້ປົກຄອງ

ນີ້ໄດ້ອ້າງອີງວ່າ ໂຢຮັນເປັນອັກຄະສາວົກ ແລະ ທັງເປັນສາວົກຂອງພຣະເຢຊູ. ລາວໄດ້ຢຶນຢັນຕົວເອງວ່າ ເປັນ "ຜູ້ປົກຄອງ" ຫລືບໍ່ກໍເປັນຍ້ອນອາຍຸລາວແກ່ຫລາຍແລ້ວ ຫລື ຍ້ອນວ່າລາວເປັນຜູ້ ນຳໃນຄຣິສຕະຈັກ.

ທ່ານສຸພາບສະຕຣີທີ່ຊົງເລືອກໄວ້ ແລະ ບັນດາລູກຂອງນາງ

ນີ້ອາດຈະໝາຍເຖິງຊຸມນຸມຊົນ ແລະ ບັນດາຜູ້ທີ່ເຊື່ອຖືໃນກຸ່ມດັ່ງກ່າວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຜູ້ທີ່ຂ້າພະເຈົ້າຮັກໃນຄວາມຈິງ

"ທ່ານທັງຫລາຍຜູ້ທີ່ຂ້າພະເຈົ້າຮັກຢ່າງແທ້ຈິງ"

ຜູ້ທີ່ໄດ້ຮູ້ຄວາມຈິງ

ຜູ້ທີ່ໄດ້ຮູ້ຄວາມຈິງກ່ຽວກັບພຣະເຈົ້າ ແລະພຣະເຢຊູ

ພຣະບິດາ....ພຣະບຸດ

ນີ້ແມ່ນຫົວຂໍ້ສຳຄັນທີ່ອະທິບາຍເຖິງຄວາມສຳພັນລະຫວ່າງພຣະເຈົ້າ ແລະ ພຣະເຢຊູ. (ເບິ່ງເພີ່ມເຕີມ: rc://*/ta/man/translate/guidelines-sonofgodprinciples)

ຢູ່ໃນຄວາມຈິງ ແລະ ໃນຄວາມຮັກ

ຄຳວ່າ "ຄວາມຈິງ" ເປັນໄປໄດ້ຫມາຍເຖິງ "ຄວາມຮັກ." ອາດແປອີກໄດ້ວ່າ: "ໃນຄວາມຮັກທີ່ແທ້ຈິງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hendiadys)