# ຂໍ້ມູນເຊື່ອມຕໍ່: ຫລັງຈາກການທັກທາຍແລ້ວ, ໂຢຮັນໄດ້ສະແດງໃຫ້ຜູ້ທີ່ເຊື່ອວ່າຄວາມຮັກ ແລະຄວາມຈິງໄປນຳກັນ. # ຂໍ້ມູນທົ່ວໄປ: ຕາມຫລັກປະເພນີໄດ້ລະບຸວ່າອັກຄະສາວົກໂຢຮັນເປັນຜູ້ຂຽນຈົດ ຫມາຍສະບັບນີ້. ອາດຈະເວົ້າເຈາະຈົງເຖິງທ່ານສຸພາບສະຕຣີ, ເພາະວ່າລາວຂຽນວ່າພວກເຂົາຄວນ "ຮັກຊຶ່ງກັນແລະກັນ," ນີ້ອາດຈະເປັນຄຣິສຕະຈັກ. # ຂໍ້ມູນທົ່ວໄປ: ທັງໝົດຄຳວ່າ "ທ່ານ" ແລະ "ຂອງທ່ານ" ໃນຈົດໝາຍສະບັບນີ້ເປັນຈຳນວນຫລາຍເວັ້ນເສຍແຕ່ໄດ້ລະບຸເປັນຢ່າງອື່ນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-you]]) # ຂໍ້ມູນທົ່ວໄປ: ໃນຈົດໝາຍສະບັບນີ້, ຫາຍເຖິງຕົວໂຢຮັນເອງ ແລະ ຜູ້ອ່ານໂດຍໃຊ້ ຄຳວ່າ "ພວກເຮົາ" ແລະ "ຂອງພວກເຮົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-inclusive]]) # ຈາກຜູ້ປົກຄອງເຖິງທ່ານສຸພາບສະຕຣີທີ່ຊົງເລືອກໄວ້ ວິທີທີ່ເລີ່ມຕົ້ນຈົດຫມາຍສະບັບນີ້. ຊື່ຂອງຜູ້ຂຽນສາມາດເຮັດໄດ້ຢ່າງຊັດເຈນ. ອາດແປອີກໄດ້ວ່າ: "ຂ້າພະເຈົ້າ, ໂຢຮັນເປັນ ຜູ້ປົກຄອງທີ່ກຳລັງຂຽນຈົດຫມາຍສະບັບນີ້ໃຫ້ແກ່ທ່ານສຸພາບສະຕຣີທີ່ຊົງເລືອກໄວ້ ແລະ ບັນດາລູກຂອງນາງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]]) # ຜູ້ປົກຄອງ ນີ້ໄດ້ອ້າງອີງວ່າ ໂຢຮັນເປັນອັກຄະສາວົກ ແລະ ທັງເປັນສາວົກຂອງພຣະເຢຊູ. ລາວໄດ້ຢຶນຢັນຕົວເອງວ່າ ເປັນ "ຜູ້ປົກຄອງ" ຫລືບໍ່ກໍເປັນຍ້ອນອາຍຸລາວແກ່ຫລາຍແລ້ວ ຫລື ຍ້ອນວ່າລາວເປັນຜູ້ ນຳໃນຄຣິສຕະຈັກ. # ທ່ານສຸພາບສະຕຣີທີ່ຊົງເລືອກໄວ້ ແລະ ບັນດາລູກຂອງນາງ ນີ້ອາດຈະໝາຍເຖິງຊຸມນຸມຊົນ ແລະ ບັນດາຜູ້ທີ່ເຊື່ອຖືໃນກຸ່ມດັ່ງກ່າວ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ຜູ້ທີ່ຂ້າພະເຈົ້າຮັກໃນຄວາມຈິງ "ທ່ານທັງຫລາຍຜູ້ທີ່ຂ້າພະເຈົ້າຮັກຢ່າງແທ້ຈິງ" # ຜູ້ທີ່ໄດ້ຮູ້ຄວາມຈິງ ຜູ້ທີ່ໄດ້ຮູ້ຄວາມຈິງກ່ຽວກັບພຣະເຈົ້າ ແລະພຣະເຢຊູ # ພຣະບິດາ....ພຣະບຸດ ນີ້ແມ່ນຫົວຂໍ້ສຳຄັນທີ່ອະທິບາຍເຖິງຄວາມສຳພັນລະຫວ່າງພຣະເຈົ້າ ແລະ ພຣະເຢຊູ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/guidelines-sonofgodprinciples]]) # ຢູ່ໃນຄວາມຈິງ ແລະ ໃນຄວາມຮັກ ຄຳວ່າ "ຄວາມຈິງ" ເປັນໄປໄດ້ຫມາຍເຖິງ "ຄວາມຮັກ." ອາດແປອີກໄດ້ວ່າ: "ໃນຄວາມຮັກທີ່ແທ້ຈິງ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-hendiadys]])