lo_tn/jdg/05/29.md

3.2 KiB

ບັນດາເຈົ້າຍິງ​ທີ່ແສນ​ສະ­ຫລາດ

"ເຈົ້າຍິງ" ແມ່ນລູກສາວຂອງກະສັດ, ແຕ່ວ່າ "ເຈົ້າຍິງ" ຍັງສາມາດຫມາຍຄວາມວ່າ ຜູ້ທີ່ປຶກສາຍິງໃນຄອບຄົວຂອງກະສັດ. ອາດແປໄດ້ອີກວ່າ: "ຜູ້ຍິງທີ່ສະຫລາດທີ່ສຸດ"

​ນາງ​​ກໍ​ໃຫ້ຄຳຕອບ​ກັບຕົວ​ເອງ​ຢູ່​ເຫມືອນກັນ

"ນາງເວົ້າກັບຕົວເອງໃນສິ່ງດຽວກັນ"

ພວກ­ເຂົາ​ອາດບໍ່ໄດ້​ພົບເຫັນ ແ​ລະຍັງບໍ່ໄດ້​ແບ່ງ­ປັນ​ຂອງທີ່ລັກມາຫລືບໍ?

ຜູ້ຍິງໃຊ້ຄຳຖາມເພື່ອເນັ້ນຫນັກວ່າ ພວກເຂົາເຊື່ອວ່ານີ້ແມ່ນສິ່ງທີ່ເກີດຂື້ນຢ່າງແນ່ນອນ. ອາດແປໄດ້ອີກວ່າ: "ພວກເຂົາຕ້ອງມີການປຸ້ນເອົາຊັບສິນຫລາຍ ທີ່ຕ້ອງໃຊ້ເວລາດົນນານໃນການແບ່ງປັນມັນ." (ເບິ່ງ: rc://*/ta/man/translate/figs-rquestion)

—ຜູ້​ຍິງ​​ຄົນຫນຶ່ງ, ສອງ​ຄົນ​ສຳລັບຜູ້ຊາຍ​ທຸກ​ຄົນ...ຂອງຜູ້ທີ່ລັກມາບໍ?

ຜູ້ຍິງໃຊ້ຄຳຖາມເພື່ອເນັ້ນຫນັກວ່າ ພວກເຂົາເຊື່ອວ່ານີ້ແມ່ນສິ່ງທີ່ເກີດຂື້ນຢ່າງແນ່ນອນ. ອາດແປໄດ້ອີກວ່າ: "ຕ້ອງມີຜູ້ຍິງ, ຜູ້ຍິງສອງຄົນສຳ ລັບຊາຍທຸກໆຄົນ ... ຂອງຜູ້ທີ່ລັກເອົາມາ." (ເບິ່ງ: rc://*/ta/man/translate/figs-rquestion)

ຜູ້​ຍິງ​​ຫນຶ່ງຄົນ, ສອງ​ຄົນ​ສຳລັບຜູ້ຊາຍ​ທຸກ​ຄົນ

"ຜູ້ຍິງ" ຫມາຍເຖິງຜູ້ຍິງ. ແມ່ຂອງສີເສຣາເຊື່ອວ່າຜູ້ຊາຍຂອງສີເສຣາໄດ້ຈັບຕົວຜູ້ຍິງຫຼາຍຄົນ. ອາດແປໄດ້ອີກວ່າ: "ທະຫານແຕ່ລະຄົນຈະໄດ້ຮັບຜູ້ຍິງຫນຶ່ງຄົນ ຫລື ສອງຄົນ" (ເບິ່ງ: rc://*/ta/man/translate/figs-synecdoche)

ຍ້ອມສີ

"ຜ້າສີ" ຫລື "ເຄື່ອງນຸ່ງມີສີສັນ"

ແສ່ວລວດລາຍ

"ຫຍິບສວຍງາມ"

ສຳລັບຄ້ອງຄໍຂອງຜູ້ທີ່ລັກມາບໍ

"ຄ້ອງຄໍ" ຫມາຍເຖິງທະຫານຂອງສີເສຣາ. ອາດແປໄດ້ອີກວ່າ: "ສຳລັບທະຫານທີ່ລັກໃສ່" (ເບິ່ງ: rc://*/ta/man/translate/figs-synecdoche)