lo_tn/exo/34/05.md

44 lines
4.3 KiB
Markdown

# ຢືນຢູ່ກັບໂມເຊທີ່ນັ້ນ
"ຢືນຢູ່ກັບໂມເຊທີ່ເທິງພູ"
# ລາວໄດ້ເປັ່ງສຽງອອກພຣະນາມ "ພຣະຢາເວ."
ຄວາມຫມາຍທີ່ອາດເປັນໄປໄດ້ 1) "ລາວເວົ້າອອກຊື່ວ່າ "ພຣະຢາເວ" ຫລື 2) "ລາວປະກາດວ່າພຣະຢາເວເປັນໃຜ." ຄວາມຫມາຍທີ່ສອງ, "ພຣະນາມ" ເປັນຕົວແທນວ່າພຣະເຈົ້າເປັນໃຜ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])
# "ເຮົາຄືພຣະຢາເວ, ພຣະຢາເວ, ພຣະເຈົ້າຜູ້ຊຶ່ງເຕັມໄປດ້ວຍຄວາມເມດຕາ, ແລະເຕັມໄປດ້ວຍຄວາມສັດຊື່
ພຣະເຈົ້າເວົ້າກ່ຽວກັບພຣະອົງເອງ. ອາດແປໄດ້ອີກວ່າ: "ເຮົາ, ພຣະຢາເວ, ເປັນພຣະເຈົ້າ, ແລະເຮົາເຕັມໄປດ້ວຍຄວາມເມດຕາ, ແລະເຕັມໄປດ້ວຍຄວາມສັດຊື່" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-123person]])
# ຄຳຫມັ້ນສັນຍາ ແລະໄວ້ວາງໃຈໄດ້
"ສະແດງເຖິງພັນທະສັນຍາທີ່ສັດຊື່ ແລະ ໄວ້ວາງໃຈໄດ້ສະເຫມີໄປ"
# ເຕັມໄປດ້ວຍຄວາມສັດຊື່ຕໍ່ພັນທະສັນຍາ
"ເປັນຜູ້ທີ່ສັດຊື່ຕໍ່ຄຳຫມັ້ນສັນຍາຂອງເຮົາຕະຫລອດໄປ." ເບິ່ງເພີ່ມເຕີມວິທີການແປສຳນວນນີ້ທີ່ຄ້າຍຄືກັນໃນຂໍ້ 20:4.
# ເຕັມໄປດ້ວຍ ...ຄວາມໄວ້ວາງໃຈໄດ້
"ເປັນທີ່ໄວ້ວາງໃຈໄດ້ຕະຫລອດໄປ"
# ແຕ່ພຣະອົງຈະ
ພຣະຢາເວເວົ້າກ່ຽວກັບພຣະອົງເອງ. ອາດແປໄດ້ອີກວ່າ: "ແຕ່ເຮົາຈະ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-123person]])
# ແຕ່ພຣະອົງບໍ່ລະເວັ້ນການລົງໂທດຢ່າງແນ່ນອນ
ພຣະຢາເວເວົ້າກ່ຽວກັບພຣະອົງເອງ. ອາດແປໄດ້ອີກວ່າ: "ເຮົາຈະບໍ່ລະເວັ້ນການລົງໂທດຢ່າງແນ່ນອນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-123person]])
# ຈະບໍ່ລະເວັ້ນການລົງໂທດຢ່າງແນ່ນອນ
"ຈະບໍ່ລະເວັ້ນການລົງໂທດຢ່າງແນ່ນອນທີ່ສຸດ" ຫລື "ຈະບໍ່ເວົ້າວ່າຄົນທີ່ມີຄວາມຜິດວ່າບໍ່ມີຄວາມຜິດຢ່າງແນ່ນອນ" ຫລື "ຈະບໍ່ປ່ອຍຄົນທີ່ເຮັດຜິດໄປຢ່າງແນ່ນອນ"
# ພຣະອົງໃຫ້ໂທດຄວາມບາບຂອງພໍ່ຕົກທອດໄປເຖິງລູກ
ການລົງໂທດປະຊາຊົນເວົ້າເຫມືອນກັບວ່າການລົງໂທດເປັນວັດຖຸ ທີ່ບາງຄົນສາມາດນຳມາວາງໃສ່ເທິງປະຊາຊົນໄດ້. ອາດແປໄດ້ອີກວ່າ: "ພຣະອົງລົງໂທດຄວາມບາບຂອງພໍ່ຕົກທອດໄປເຖິງລູກ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ເຖິງລູກ
ຄຳວ່າ "ລູກ" ເປັນຕົວແທນເຖິງເຊື້ອສາຍທັງຫລາຍ. ອາດແປໄດ້ອີກວ່າ: "ເຊື້ອສາຍຂອງພວກເຂົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])