# ຢືນຢູ່ກັບໂມເຊທີ່ນັ້ນ "ຢືນຢູ່ກັບໂມເຊທີ່ເທິງພູ" # ລາວໄດ້ເປັ່ງສຽງອອກພຣະນາມ "ພຣະຢາເວ." ຄວາມຫມາຍທີ່ອາດເປັນໄປໄດ້ 1) "ລາວເວົ້າອອກຊື່ວ່າ "ພຣະຢາເວ" ຫລື 2) "ລາວປະກາດວ່າພຣະຢາເວເປັນໃຜ." ຄວາມຫມາຍທີ່ສອງ, "ພຣະນາມ" ເປັນຕົວແທນວ່າພຣະເຈົ້າເປັນໃຜ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # "ເຮົາຄືພຣະຢາເວ, ພຣະຢາເວ, ພຣະເຈົ້າຜູ້ຊຶ່ງເຕັມໄປດ້ວຍຄວາມເມດຕາ, ແລະເຕັມໄປດ້ວຍຄວາມສັດຊື່ ພຣະເຈົ້າເວົ້າກ່ຽວກັບພຣະອົງເອງ. ອາດແປໄດ້ອີກວ່າ: "ເຮົາ, ພຣະຢາເວ, ເປັນພຣະເຈົ້າ, ແລະເຮົາເຕັມໄປດ້ວຍຄວາມເມດຕາ, ແລະເຕັມໄປດ້ວຍຄວາມສັດຊື່" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-123person]]) # ຄຳຫມັ້ນສັນຍາ ແລະໄວ້ວາງໃຈໄດ້ "ສະແດງເຖິງພັນທະສັນຍາທີ່ສັດຊື່ ແລະ ໄວ້ວາງໃຈໄດ້ສະເຫມີໄປ" # ເຕັມໄປດ້ວຍຄວາມສັດຊື່ຕໍ່ພັນທະສັນຍາ "ເປັນຜູ້ທີ່ສັດຊື່ຕໍ່ຄຳຫມັ້ນສັນຍາຂອງເຮົາຕະຫລອດໄປ." ເບິ່ງເພີ່ມເຕີມວິທີການແປສຳນວນນີ້ທີ່ຄ້າຍຄືກັນໃນຂໍ້ 20:4. # ເຕັມໄປດ້ວຍ ...ຄວາມໄວ້ວາງໃຈໄດ້ "ເປັນທີ່ໄວ້ວາງໃຈໄດ້ຕະຫລອດໄປ" # ແຕ່ພຣະອົງຈະ ພຣະຢາເວເວົ້າກ່ຽວກັບພຣະອົງເອງ. ອາດແປໄດ້ອີກວ່າ: "ແຕ່ເຮົາຈະ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-123person]]) # ແຕ່ພຣະອົງບໍ່ລະເວັ້ນການລົງໂທດຢ່າງແນ່ນອນ ພຣະຢາເວເວົ້າກ່ຽວກັບພຣະອົງເອງ. ອາດແປໄດ້ອີກວ່າ: "ເຮົາຈະບໍ່ລະເວັ້ນການລົງໂທດຢ່າງແນ່ນອນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-123person]]) # ຈະບໍ່ລະເວັ້ນການລົງໂທດຢ່າງແນ່ນອນ "ຈະບໍ່ລະເວັ້ນການລົງໂທດຢ່າງແນ່ນອນທີ່ສຸດ" ຫລື "ຈະບໍ່ເວົ້າວ່າຄົນທີ່ມີຄວາມຜິດວ່າບໍ່ມີຄວາມຜິດຢ່າງແນ່ນອນ" ຫລື "ຈະບໍ່ປ່ອຍຄົນທີ່ເຮັດຜິດໄປຢ່າງແນ່ນອນ" # ພຣະອົງໃຫ້ໂທດຄວາມບາບຂອງພໍ່ຕົກທອດໄປເຖິງລູກ ການລົງໂທດປະຊາຊົນເວົ້າເຫມືອນກັບວ່າການລົງໂທດເປັນວັດຖຸ ທີ່ບາງຄົນສາມາດນຳມາວາງໃສ່ເທິງປະຊາຊົນໄດ້. ອາດແປໄດ້ອີກວ່າ: "ພຣະອົງລົງໂທດຄວາມບາບຂອງພໍ່ຕົກທອດໄປເຖິງລູກ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ເຖິງລູກ ຄຳວ່າ "ລູກ" ເປັນຕົວແທນເຖິງເຊື້ອສາຍທັງຫລາຍ. ອາດແປໄດ້ອີກວ່າ: "ເຊື້ອສາຍຂອງພວກເຂົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])