lo_tw/bible/other/assembly.md

3.2 KiB

ທີ່ປະຊຸມ, ທີ່ຊຸມນຸມ, ປະຊຸມກັນ

ນິຍາມ

ຄຳວ່າ " ທີ່ປະຊຸມ " ໂດຍປົກກະຕິແລ້ວຈະເວົ້າເຖິງກຸ່ມທີ່ມາໂຮມກັນເພື່ອເວົ້າຄູຍເລື້ອງບັນຫາ ໃຫ້ຄຳແນະນຳ ແລະຕັດສິນໃຈກັນ.

  • ທີ່ປະຊຸມອາດເປັນກຸ່ມຄົນທີ່ຖືກຈັດຂຶ້ນຢ່າງເປັນທາງການແລະບາງຄັ້ງກໍແຕ່ງຕັ້ງຂືຶ້ນຢ່າງຖາວອນ, ຫລືອາດເປັນກຸ່ມຄົນທີ່ມາຮ່ວມກັນຊົ່ວຄາວເພື່ອຈຸດປະສົງຫລືໃນໂອກາດພິເສດ.
  • ໃນພັນທະສັນຍາເດີມມີຮູບແບບຂອງທີ່ປະຊຸມທີ່ເອີ້ນວ່າ " ປະຊຸມທຳພິທີ " ຊື່ງປະຊາຊົນອິສະຣາເອນຈະມາລວມກັນເພື່ອນະມັດສະການພຣະຢາເວ.
  • ບາງຄັ້ງຄຳວ່າ " ທີ່ປະຊຸມ " ໝາຍເຖິງຄົນອິສະຣາເອນທົ່ວໆ ໄປເປັນກຸ່ມ
  • ການລວມຕົວຂອງທະຫານສັດຕູເປັນຈຳນວນຫລາຍ, ບາງຄັ້ງກໍຖືກເອີ້ນວ່າ " ທີ່ຊຸມນຸມ " ຊຶ່ງອາດແປໄດ້ອີກວ່າ " ກອງທັບ "
  • ໃນພັນທະສັນຍາໃໝ່ ທີ່ປະຊຸມຂອງຜູ້ນຳຊາວຢິວ 70 ຄົນ ໃນເມືອງໃຫຍ່ໆ ເຊັ່ນຢູ່ໃນກຸງເຢຣູຊາເລັມ, ກໍຈະປະຊຸມກັນເພື່ອການຕັດສິນເລື້ອງຄະດີຄວາມຕາມກົດໝາຍແລະຂໍ້ຂັດແຍ້ງລະຫວ່າງຜູ້ຄົນ ທີ່ປະຊຸມນີ້ຖືກເອີ້ນວ່າ " ສະພາແຊນເຮຣິນ "ຫລື " ສະພາຢິວ. "

ຂໍ້ແນະນຳໃນການແປ

  • ຂຶ້ນຢູ່ກັບກໍລະນີນັ້ນໆ ຄຳວ່າ "ທີ່ປະຊຸມ " ອາດແປໄດ້ອີກວ່າ " ການລວມຕົວກັນເປັນພິເສດ " ຫລື " ທີ່ຊຸມນຸມ " ຫລື "ສະພາ "ຫລື " ກອງທັບ "ຫລື "ກຸ່ມຄົນຈຳນວນຫລາຍ. "
  • ເມື່ອຄຳວ່າ " ທີ່ປະຊຸມ " ໂດຍທົ່ວໄປໝາຍເຖິງຄົນອິສະຣາເອນທັງໝົດອາດຈະແປໄດ້ອີກວ່າ" ຊຸມນຸມຊົນ" ຫລື "ປະຊາຊົນອິສະຣາເອນ. "
  • ຄຳວ່າ " ຊຸມນຸມຊົນທັງໝົດ " ອາດຖືກແປໄດ້ອີກວ່າ " ປະຊາຊົນທັງໝົດ " ຫລື " ກຸ່ມຄົນອິສະຣາເອນທັງໝົດ " ຫລື " ທຸກຄົນ. "