# ທີ່ປະຊຸມ, ທີ່ຊຸມນຸມ, ປະຊຸມກັນ ## ນິຍາມ ຄຳວ່າ " ທີ່ປະຊຸມ " ໂດຍປົກກະຕິແລ້ວຈະເວົ້າເຖິງກຸ່ມທີ່ມາໂຮມກັນເພື່ອເວົ້າຄູຍເລື້ອງບັນຫາ ໃຫ້ຄຳແນະນຳ ແລະຕັດສິນໃຈກັນ. * ທີ່ປະຊຸມອາດເປັນກຸ່ມຄົນທີ່ຖືກຈັດຂຶ້ນຢ່າງເປັນທາງການແລະບາງຄັ້ງກໍແຕ່ງຕັ້ງຂືຶ້ນຢ່າງຖາວອນ, ຫລືອາດເປັນກຸ່ມຄົນທີ່ມາຮ່ວມກັນຊົ່ວຄາວເພື່ອຈຸດປະສົງຫລືໃນໂອກາດພິເສດ. * ໃນພັນທະສັນຍາເດີມມີຮູບແບບຂອງທີ່ປະຊຸມທີ່ເອີ້ນວ່າ " ປະຊຸມທຳພິທີ " ຊື່ງປະຊາຊົນອິສະຣາເອນຈະມາລວມກັນເພື່ອນະມັດສະການພຣະຢາເວ. * ບາງຄັ້ງຄຳວ່າ " ທີ່ປະຊຸມ " ໝາຍເຖິງຄົນອິສະຣາເອນທົ່ວໆ ໄປເປັນກຸ່ມ * ການລວມຕົວຂອງທະຫານສັດຕູເປັນຈຳນວນຫລາຍ, ບາງຄັ້ງກໍຖືກເອີ້ນວ່າ " ທີ່ຊຸມນຸມ " ຊຶ່ງອາດແປໄດ້ອີກວ່າ " ກອງທັບ " * ໃນພັນທະສັນຍາໃໝ່ ທີ່ປະຊຸມຂອງຜູ້ນຳຊາວຢິວ 70 ຄົນ ໃນເມືອງໃຫຍ່ໆ ເຊັ່ນຢູ່ໃນກຸງເຢຣູຊາເລັມ, ກໍຈະປະຊຸມກັນເພື່ອການຕັດສິນເລື້ອງຄະດີຄວາມຕາມກົດໝາຍແລະຂໍ້ຂັດແຍ້ງລະຫວ່າງຜູ້ຄົນ ທີ່ປະຊຸມນີ້ຖືກເອີ້ນວ່າ " ສະພາແຊນເຮຣິນ "ຫລື " ສະພາຢິວ. " ## ຂໍ້ແນະນຳໃນການແປ * ຂຶ້ນຢູ່ກັບກໍລະນີນັ້ນໆ ຄຳວ່າ "ທີ່ປະຊຸມ " ອາດແປໄດ້ອີກວ່າ " ການລວມຕົວກັນເປັນພິເສດ " ຫລື " ທີ່ຊຸມນຸມ " ຫລື "ສະພາ "ຫລື " ກອງທັບ "ຫລື "ກຸ່ມຄົນຈຳນວນຫລາຍ. " * ເມື່ອຄຳວ່າ " ທີ່ປະຊຸມ " ໂດຍທົ່ວໄປໝາຍເຖິງຄົນອິສະຣາເອນທັງໝົດອາດຈະແປໄດ້ອີກວ່າ" ຊຸມນຸມຊົນ" ຫລື "ປະຊາຊົນອິສະຣາເອນ. " * ຄຳວ່າ " ຊຸມນຸມຊົນທັງໝົດ " ອາດຖືກແປໄດ້ອີກວ່າ " ປະຊາຊົນທັງໝົດ " ຫລື " ກຸ່ມຄົນອິສະຣາເອນທັງໝົດ " ຫລື " ທຸກຄົນ. "