lo_tw/bible/kt/zion.md

10 lines
1.9 KiB
Markdown

# ຊີໂອນ, ພູເຂົາຊີໂອນ
## ນິຍາມ
ເດີມຄຳວ່າ "ຊີໂອນ" ຫລື "ພູເຂົາຊີໂອນ" ອ້າງເຖິງທີ່ໝັ້ນຫລືປ້ອມປາການທີ່ກະສັດດາວິດຍຶດຈາກຄົນເຢບຸດ ຄຳທັງສອງນີ້ໄດ້ກາຍມາເປັນການອ້າງອີງເຖິງກຸງເຢຣູຊາເລັມ.
* ພູເຂົາຊີໂອນແລະພູເຂົາໂມຮິອາເປັນເນີນເຂົາສອງແຫ່ງຊຶ່ງກຸງເຢຣູຊາເລັມຕັ້ງຢູ່ ຕໍ່ມາພາຍຫລັງ "ຊີໂອນ" ແລະ "ພູເຂົາຊີໂອນ" ໄດ້ກາຍເປັນຄຳສັບທົ່ວໄປທີ່ອ້າງເຖິງວິຫານທີ່ຕັ້ງຢູ່ໃນກຸງເຢຣູຊາເລັມ (ເບິ່ງ: [[rc://*/ta/man/translate/figs-metonymy]])
* ດາວິດໄດ້ຕັ້ງຊື່ "ຊີໂອນ ຫລື ກຸງເຢຣູຊາເລັມ ວ່າ "ເມືອງຂອງດາວິດ" ນີ້ແຕກຕ່າງຈາກບ້ານເກີດຂອງດາວິດ ຄືເມືອງເບັດເລເຮັມ ຊື່ງໄດ້ຖືກເອີ້ນວ່າເມືອງດາວິດ.
* ຄຳວ່າ " ຊີໂອນ "ໄດ້ໃຊ້ໃນການປຽບທຽບອື່ນໆ ອີກ ເພື່ອອ້າງເຖິງອິດສະຣາເອັນຫລືອານາຈັກແຫ່ງຈິດວິນຍານຂອງພຣະເຈົ້າ ຫລືກຸງເຢຣູຊາເລັມໃໝ່ ກຸງເຢຣູຊາເລັມແຫ່ງສະຫວັນໃໝ່ຊຶ່ງພຣະເຈົ້າຊົງເນຣະມິດສ້າງ.