# ຊີໂອນ, ພູເຂົາຊີໂອນ ## ນິຍາມ ເດີມຄຳວ່າ "ຊີໂອນ" ຫລື "ພູເຂົາຊີໂອນ" ອ້າງເຖິງທີ່ໝັ້ນຫລືປ້ອມປາການທີ່ກະສັດດາວິດຍຶດຈາກຄົນເຢບຸດ ຄຳທັງສອງນີ້ໄດ້ກາຍມາເປັນການອ້າງອີງເຖິງກຸງເຢຣູຊາເລັມ. * ພູເຂົາຊີໂອນແລະພູເຂົາໂມຮິອາເປັນເນີນເຂົາສອງແຫ່ງຊຶ່ງກຸງເຢຣູຊາເລັມຕັ້ງຢູ່ ຕໍ່ມາພາຍຫລັງ "ຊີໂອນ" ແລະ "ພູເຂົາຊີໂອນ" ໄດ້ກາຍເປັນຄຳສັບທົ່ວໄປທີ່ອ້າງເຖິງວິຫານທີ່ຕັ້ງຢູ່ໃນກຸງເຢຣູຊາເລັມ (ເບິ່ງ: [[rc://*/ta/man/translate/figs-metonymy]]) * ດາວິດໄດ້ຕັ້ງຊື່ "ຊີໂອນ ຫລື ກຸງເຢຣູຊາເລັມ ວ່າ "ເມືອງຂອງດາວິດ" ນີ້ແຕກຕ່າງຈາກບ້ານເກີດຂອງດາວິດ ຄືເມືອງເບັດເລເຮັມ ຊື່ງໄດ້ຖືກເອີ້ນວ່າເມືອງດາວິດ. * ຄຳວ່າ " ຊີໂອນ "ໄດ້ໃຊ້ໃນການປຽບທຽບອື່ນໆ ອີກ ເພື່ອອ້າງເຖິງອິດສະຣາເອັນຫລືອານາຈັກແຫ່ງຈິດວິນຍານຂອງພຣະເຈົ້າ ຫລືກຸງເຢຣູຊາເລັມໃໝ່ ກຸງເຢຣູຊາເລັມແຫ່ງສະຫວັນໃໝ່ຊຶ່ງພຣະເຈົ້າຊົງເນຣະມິດສ້າງ.