lo_tw/bible/other/comfort.md

18 lines
2.2 KiB
Markdown
Raw Permalink Normal View History

2021-07-12 16:22:35 +00:00
# ເລົ້າໂລມ, ຜູ້ເລົ້າໂລມ
## ນິຍາມ
ຄຳວ່າ "ເລົ້າໂລມ" ແລະ "ຜູ້ເລົ້າໂລມ" ກ່າວເຖິງການຊ່ວຍເຫລືອຄົນທີ່ມີຄວາມທຸກທາງຮ່າງກາຍ ຫຼື ເຈັບປວດທາງຈິດໃຈ.
* ຄົນທີ່ເລົ້າໂລມຄົນໃດຄົນໜຶ່ງເອີ້ນວ່າ "ຜູ້ເລົາໂລມ."
* ໃນພັນທະສັນຍາເດີມ, ຄຳວ່າ "ເລົ້າໂລມ" ໃຊ້ເພື່ອອະທິບາຍເຖິງການທີ່ພຣະເຈົ້າຊົງພຣະກະລຸນາແລະຮັກປະຊາຊົນຂອງພຣະອົງ ແລະຊ່ວຍພວກເຂົາເມື່ອພວກເຂົາກຳລັງທຸກຍາກລຳບາກ.
* ໃນພັນທະສັນຍາໃໝ່, ບອກວ່າພຣະເຈົ້າຊົງເລົ້າໂລມປະຊາຊົນຂອງພຣະອົງໂດຍທາງພຣະວິນຍານບໍຣິສຸດ. ຄົນເຫລົ່ານັ້ນທີ່ຮັບການເລົ້າໂລມກໍສາມາດໃຫ້ການເລົ້າໂລມຢ່າງດຽວກັນກັບຄົນອື່ນໆ ທີ່ກຳລັງປະສົບຄວາມທຸກຍາກໄດ້.
* ຄຳອະທິບາຍ "ຜູ້ເລົ້າໂລມຂອງອິດສະຣາເອນ" ກ່າວເຖິງພຣະເມຊີອາຜູ້ທີ່ຈະສະເດັດມາຊ່ວຍປະຊາຊົນຂອງພຣະອົງໃຫ້ລອດພົ້ນ.
* ພຣະເຢຊູຊົງໄດ້ກ່າວເຖິງພຣະວິນຍານບໍຣິສຸດວ່າຊົງເປັນ "ຜູ້
ເລົ້າໂລມ" ທີ່ຊ່ວຍຜູ້ເຊື່ອໃນພຣະເຢຊູ.
## ຄຳແນະນຳໃນການແປ
* "ເລົ້າໂລມ"ສາມາດແປໄປຕາມຖ້ອຍຄຳໄດ້ວ່າ "ການບັນເທົາຄວາມເຈັບປວດຂອງ," ຫຼື "ຊ່ວຍເຫຼືອ."