# ເລົ້າໂລມ, ຜູ້ເລົ້າໂລມ ## ນິຍາມ ຄຳວ່າ "ເລົ້າໂລມ" ແລະ "ຜູ້ເລົ້າໂລມ" ກ່າວເຖິງການຊ່ວຍເຫລືອຄົນທີ່ມີຄວາມທຸກທາງຮ່າງກາຍ ຫຼື ເຈັບປວດທາງຈິດໃຈ. * ຄົນທີ່ເລົ້າໂລມຄົນໃດຄົນໜຶ່ງເອີ້ນວ່າ "ຜູ້ເລົາໂລມ." * ໃນພັນທະສັນຍາເດີມ, ຄຳວ່າ "ເລົ້າໂລມ" ໃຊ້ເພື່ອອະທິບາຍເຖິງການທີ່ພຣະເຈົ້າຊົງພຣະກະລຸນາແລະຮັກປະຊາຊົນຂອງພຣະອົງ ແລະຊ່ວຍພວກເຂົາເມື່ອພວກເຂົາກຳລັງທຸກຍາກລຳບາກ. * ໃນພັນທະສັນຍາໃໝ່, ບອກວ່າພຣະເຈົ້າຊົງເລົ້າໂລມປະຊາຊົນຂອງພຣະອົງໂດຍທາງພຣະວິນຍານບໍຣິສຸດ. ຄົນເຫລົ່ານັ້ນທີ່ຮັບການເລົ້າໂລມກໍສາມາດໃຫ້ການເລົ້າໂລມຢ່າງດຽວກັນກັບຄົນອື່ນໆ ທີ່ກຳລັງປະສົບຄວາມທຸກຍາກໄດ້. * ຄຳອະທິບາຍ "ຜູ້ເລົ້າໂລມຂອງອິດສະຣາເອນ" ກ່າວເຖິງພຣະເມຊີອາຜູ້ທີ່ຈະສະເດັດມາຊ່ວຍປະຊາຊົນຂອງພຣະອົງໃຫ້ລອດພົ້ນ. * ພຣະເຢຊູຊົງໄດ້ກ່າວເຖິງພຣະວິນຍານບໍຣິສຸດວ່າຊົງເປັນ "ຜູ້ ເລົ້າໂລມ" ທີ່ຊ່ວຍຜູ້ເຊື່ອໃນພຣະເຢຊູ. ## ຄຳແນະນຳໃນການແປ * "ເລົ້າໂລມ"ສາມາດແປໄປຕາມຖ້ອຍຄຳໄດ້ວ່າ "ການບັນເທົາຄວາມເຈັບປວດຂອງ," ຫຼື "ຊ່ວຍເຫຼືອ."