lo_tq/jhn/09/16.md

1.5 KiB

ການແບ່ງແຍກທີ່ເກີດຂຶ້ນລະຫວ່າງພວກຟາຣິຊາຍແມ່ນຫຍັງ?

ບາງຄົນໃນພວກຟາ­ຣີ­ຊາຍເວົ້າວ່າ, “ຊາຍຄົນນີ້ບໍ່ໄດ້ມາຈາກພຣະ­ເຈົ້າ ເພາະວ່າເພິ່ນບໍ່ຖືຮັກ­ສາວັນສະ­ບາໂຕ” ຄົນອື່ນໆ ເວົ້າວ່າ, “ເປັນຫຍັງຊາຍຜູ້ເປັນຄົນບາບຄືເຮັດຫມາຍສຳ­ຄັນແນວນີ້ໄດ້?” ຈິ່ງມີການແບ່ງແຍກໃນພວກເຂົາ.

ເມື່ອຊາຍຄົນຕາບອດຄົນນີ້ເວົ້າແນວໃດກ່ຽວກັບພຣະເຢຊູເມື່ອຖືກຖາມ?

ຊາຍຄົນຕາບອດຕອບວ່າ, “ທ່ານເປັນຜູ້ປະ­ກາດພຣະ­ທັມ.”

ເປັນຫຍັງຊາວຢິວຈຶ່ງເອີ້ນຫາພໍ່ແມ່ຂອງຄົນຕາບອດທີ່ໄດ້ຮັບສາຍຕາ?

ຄົນຢິວຍັງຄົງບໍ່ເຊື່ອວ່າຊາຍຄົນນັ້ນເຄີຍ­ຕາບອດແລະເຊົາຕາບອດແລ້ວ, ຈົນກະທັ້ງເຂົາໄດ້ເອີ້ນພໍ່ແມ່ຂອງຊາຍຕາບອດທີ່ໄດ້ຮັບໂຜດໃຫ້ເບີ່ງເຫັນມາ.