# ການແບ່ງແຍກທີ່ເກີດຂຶ້ນລະຫວ່າງພວກຟາຣິຊາຍແມ່ນຫຍັງ? ບາງຄົນໃນພວກຟາ­ຣີ­ຊາຍເວົ້າວ່າ, “ຊາຍຄົນນີ້ບໍ່ໄດ້ມາຈາກພຣະ­ເຈົ້າ ເພາະວ່າເພິ່ນບໍ່ຖືຮັກ­ສາວັນສະ­ບາໂຕ” ຄົນອື່ນໆ ເວົ້າວ່າ, “ເປັນຫຍັງຊາຍຜູ້ເປັນຄົນບາບຄືເຮັດຫມາຍສຳ­ຄັນແນວນີ້ໄດ້?” ຈິ່ງມີການແບ່ງແຍກໃນພວກເຂົາ. # ເມື່ອຊາຍຄົນຕາບອດຄົນນີ້ເວົ້າແນວໃດກ່ຽວກັບພຣະເຢຊູເມື່ອຖືກຖາມ? ຊາຍຄົນຕາບອດຕອບວ່າ, “ທ່ານເປັນຜູ້ປະ­ກາດພຣະ­ທັມ.” # ເປັນຫຍັງຊາວຢິວຈຶ່ງເອີ້ນຫາພໍ່ແມ່ຂອງຄົນຕາບອດທີ່ໄດ້ຮັບສາຍຕາ? ຄົນຢິວຍັງຄົງບໍ່ເຊື່ອວ່າຊາຍຄົນນັ້ນເຄີຍ­ຕາບອດແລະເຊົາຕາບອດແລ້ວ, ຈົນກະທັ້ງເຂົາໄດ້ເອີ້ນພໍ່ແມ່ຂອງຊາຍຕາບອດທີ່ໄດ້ຮັບໂຜດໃຫ້ເບີ່ງເຫັນມາ.