lo_tq/isa/14/01.md

1.8 KiB

ພຣະຢາເວຈະຊົງເຮັດຫຍັງກັບອິດສະຣາເອນ?

ພຣະອົງຈະຊົງເລືອກອິດສະຣາເອນອີກ ແລະເຮັດໃຫ້ພວກເຂົາກັບຄືນສູ່ແຜ່ນດິນຂອງພວກເຂົາເອງ.

ມີຜູ້ໃດອີກບໍທີ່ຈະໄປກັບຊົນຊາດອິດສະຣາເອນກັບຄືນສູ່ແຜ່ນດິນຂອງພວກເຂົາ?

ພວກຄົນຕ່າງຊາດຈະສົມທົບກັບພວກເຂົາ ແລະ ພົວພັນຕົວພວກເຂົາເອງກັບເຊື້ອສາຍຂອງຢາໂຄບ.

ຜູ້ໃດຈະນຳຊົນຊາດອິດສະຣາເອນກັບຄືນສູ່ແຜ່ນດິນຂອງພວກເຂົາເອງ?

ຊົນຊາດທັງຫລາຍຈະນຳພວກເຂົາມາຍັງທີ່ຂອງພວກເຂົາເອງ

ເຊື້ອສາຍອິດສະຣາເອນຈະເຮັດຫຍັງຕໍ່ປະເທດເຫລົ່ານັ້ນທີ່ໄດ້ເຄີຍຈັບພວກອິດສະຣາເອນເປັນຊະເລີຍ?

ເຊື້ອສາຍຂອງອິດສະຣາເອນຈະຮັບພວກເຂົາມາເປັນຄົນຮັບໃຊ້ຊາຍ ແລະ ຍິງ. ພວກເຂົາຈະຈັບຄົນເຫລົ່ານັ້ນເປັນຊະເລີຍຜູ້ທີ່ໄດ້ເຄີຍຈັບພວກເຂົາເປັນຊະເລີຍ ແລະ ພວກເຂົາຈະປົກຄອງເຫນືອພວກຄົນທີ່ເຄີຍບີບບັງຄັບພວກເຂົາ.