# ພຣະຢາເວຈະຊົງເຮັດຫຍັງກັບອິດສະຣາເອນ? ພຣະອົງຈະຊົງເລືອກອິດສະຣາເອນອີກ ແລະເຮັດໃຫ້ພວກເຂົາກັບຄືນສູ່ແຜ່ນດິນຂອງພວກເຂົາເອງ. # ມີຜູ້ໃດອີກບໍທີ່ຈະໄປກັບຊົນຊາດອິດສະຣາເອນກັບຄືນສູ່ແຜ່ນດິນຂອງພວກເຂົາ? ພວກຄົນຕ່າງຊາດຈະສົມທົບກັບພວກເຂົາ ແລະ ພົວພັນຕົວພວກເຂົາເອງກັບເຊື້ອສາຍຂອງຢາໂຄບ. # ຜູ້ໃດຈະນຳຊົນຊາດອິດສະຣາເອນກັບຄືນສູ່ແຜ່ນດິນຂອງພວກເຂົາເອງ? ຊົນຊາດທັງຫລາຍຈະນຳພວກເຂົາມາຍັງທີ່ຂອງພວກເຂົາເອງ # ເຊື້ອສາຍອິດສະຣາເອນຈະເຮັດຫຍັງຕໍ່ປະເທດເຫລົ່ານັ້ນທີ່ໄດ້ເຄີຍຈັບພວກອິດສະຣາເອນເປັນຊະເລີຍ? ເຊື້ອສາຍຂອງອິດສະຣາເອນຈະຮັບພວກເຂົາມາເປັນຄົນຮັບໃຊ້ຊາຍ ແລະ ຍິງ. ພວກເຂົາຈະຈັບຄົນເຫລົ່ານັ້ນເປັນຊະເລີຍຜູ້ທີ່ໄດ້ເຄີຍຈັບພວກເຂົາເປັນຊະເລີຍ ແລະ ພວກເຂົາຈະປົກຄອງເຫນືອພວກຄົນທີ່ເຄີຍບີບບັງຄັບພວກເຂົາ.