lo_tq/2ti/01/08.md

1.9 KiB

ໂປໂລບອກຕີໂມທຽວບໍ່ໃຫ້ເຮັດຫຍັງ?

ໂປໂລບອກຕິໂມທຽວບໍ່ໃຫ້ລະອາຍຕໍ່ຄໍາພະຍານກ່ຽວກັບອົງພຣະຜູ້ເປັນເຈົ້າ.

ແທນທີ່ຈະເຮັດແນວນັ້ນ ໂປໂລບອກໃຫ້ຕີໂມທຽວເຮັດຫຍັງ?

ໂປໂລບອກຕີໂມທຽວວ່າ ແຕ່ຈົ່ງຮ່ວມທົນທຸກເພື່ອຂ່າວປະເສີດ.

ພຣະເຈົ້າຊົງປະທານພຣະປະສົງແລະພຣະຄຸນຂອງພຣະອົງໃຫ້ເຮົາເວລາໃດ?

ພຣະປະສົງແລະພຣະຄຸນຂອງພຣະເຈົ້າໄດ້ປະທານໃຫ້ແກ່ເຮົາຕັ້ງແຕ່ກ່ອນເວລາຈະເກີດຂຶ້ນ.

ພຣະເຈົ້າຊົງເປີດເຜີີຍແຜນການແຫ່ງຄວາມພົ້ນຂອງພຣະອົງຢ່າງໃດ?

ແຜນການແຫ່ງຄວາມພົ້ນຂອງພຣະເຈົ້າໄດ້ເປີດເຜີຍໂດຍການສະເດັດມາປາກົດ ຂອງພຣະຜູ້ໂຜດໃຫ້ພົ້ນຄືພຣະເຢຊູຄຣິດ ເຈົ້າຂອງເຮົາ.

ເມື່ອພຣະເຢຊູສະເດັດມາປາກົດ ພຣະອົງຈະເຮັດຫຍັງກ່ຽວກັບຄວາມຕາຍແລະຊີວິດ?

ພຣະເຢຊູຊົງກໍາຈັດຣິດເດດແຫ່ງຄວາມຕາຍແລະນໍາເອົາຊີວິດທີ່ບໍ່ເຄີຍສິ້ນສຸດມາຍັງຄວາມສະຫວ່າງຜ່ານທາງຂ່າວປະເສີດ.