# ໂປໂລບອກຕີໂມທຽວບໍ່ໃຫ້ເຮັດຫຍັງ? ໂປໂລບອກຕິໂມທຽວບໍ່ໃຫ້ລະອາຍຕໍ່ຄໍາພະຍານກ່ຽວກັບອົງພຣະຜູ້ເປັນເຈົ້າ. # ແທນທີ່ຈະເຮັດແນວນັ້ນ ໂປໂລບອກໃຫ້ຕີໂມທຽວເຮັດຫຍັງ? ໂປໂລບອກຕີໂມທຽວວ່າ ແຕ່ຈົ່ງຮ່ວມທົນທຸກເພື່ອຂ່າວປະເສີດ. # ພຣະເຈົ້າຊົງປະທານພຣະປະສົງແລະພຣະຄຸນຂອງພຣະອົງໃຫ້ເຮົາເວລາໃດ? ພຣະປະສົງແລະພຣະຄຸນຂອງພຣະເຈົ້າໄດ້ປະທານໃຫ້ແກ່ເຮົາຕັ້ງແຕ່ກ່ອນເວລາຈະເກີດຂຶ້ນ. # ພຣະເຈົ້າຊົງເປີດເຜີີຍແຜນການແຫ່ງຄວາມພົ້ນຂອງພຣະອົງຢ່າງໃດ? ແຜນການແຫ່ງຄວາມພົ້ນຂອງພຣະເຈົ້າໄດ້ເປີດເຜີຍໂດຍການສະເດັດມາປາກົດ ຂອງພຣະຜູ້ໂຜດໃຫ້ພົ້ນຄືພຣະເຢຊູຄຣິດ ເຈົ້າຂອງເຮົາ. # ເມື່ອພຣະເຢຊູສະເດັດມາປາກົດ ພຣະອົງຈະເຮັດຫຍັງກ່ຽວກັບຄວາມຕາຍແລະຊີວິດ? ພຣະເຢຊູຊົງກໍາຈັດຣິດເດດແຫ່ງຄວາມຕາຍແລະນໍາເອົາຊີວິດທີ່ບໍ່ເຄີຍສິ້ນສຸດມາຍັງຄວາມສະຫວ່າງຜ່ານທາງຂ່າວປະເສີດ.