lo_tn/gen/03/14.md

4.6 KiB

ມຶງຈຶ່ງຖືກສາບແຊ່ງ

"ມຶງຈຶ່ງຖືກສາບແຊ່ງ." ຄຳວ່າ "ສາບແຊ່ງ" ແມ່ນມີຄວາມຫມາຍທຳອິດໃນພາສາເຮັບເຣີເພື່ອເນັ້ນຫນັກເຖິງສິ່ງກົງກັນຂ້າມລະຫວ່າງພຣະພອນຂອງພຣະເຈົ້າທີ່ມີຕໍ່ສັດທັງຫລາຍ ແລະ ຄຳສາບແຊ່ງນີ້ໄດ້ຕົກໃສ່ງູ. ນີ້ແມ່ນ "ສູດແຫ່ງການສາບແຊ່ງ" ຫລື ວິທີການທີ່ຄຳສາບແຊ່ງຖືກສະແດງອອກ. ໂດຍການກ່າວຄຳສາບແຊ່ງນີ້, ພຣະເຈົ້າໄດ້ເຮັດໃຫ້ມັນເກີດຂື້ນຈິງ.

ທ່າມກາງສັດໃຊ້ງານທັງຫມົດ ແລະສັດປ່າທັງຫລາຍ

"ສັດລ້ຽງທັງຫມົດ ແລະ ສັດປ່າທັງຫມົດ"

ມຶງຈະເລືອດ້ວຍທ້ອງຂອງມຶງ

"ມຶງຈະເລືອໄປຕາມພື້ນດິນດ້ວຍທ້ອງຂອງມຶງ." ຄຳເວົ້າທີ່ວ່າ "ມັນຢູ່ໃນເທີງທ້ອງຂອງມຶງ" ມາກ່ອນເພື່ອເນັ້ນເຖິງສິ່ງກົງກັນຂ້າມ ລະຫວ່າງວິທີການສັດອື່ນໆທີ່ເຄື່ອນໄຫວໄປມາໂດຍການໃຊ້ຂາຂອງພວກມັນ ແລະ ວິທີທີ່ງູຈະເລືອໂດຍໃຊ້ທ້ອງຂອງມັນ. ນີ້ກໍ່ແມ່ນສ່ວນຫນຶ່ງຂອງສູດແຫ່ງການສາບແຊ່ງ.

ຜົງຂີ້ຝຸ່ນດິນຈະເປັນສິ່ງທີ່ມຶງຕ້ອງກິນ

"ມຶງຈະກິນຂີ້ຝຸ່ນ." ຄຳເວົ້າວ່າ "ມັນແມ່ນຂີ້ຝຸ່ນ" ມາກ່ອນເພື່ອເນັ້ນເຖິງຄວາມແຕກຕ່າງລະຫວ່າງຕົ້ນໄມ້ເກີດຢູ່ເທິງຫນ້າດິນທີ່ສັດອື່ນໆຈະກິນ ແລະ ອາຫານທີ່ເປື້ອນຢູ່ເທິງພື້ນດິນທີ່ງູຈະກິນ. ນີ້ແມ່ນສ່ວນຫນຶ່ງຂອງສູດແຫ່ງການສາບແຊ່ງ.

ເຮົາຈະໃຫ້ຄວາມກຽດຊັງກັນ ລະຫວ່າງມຶງກັບຜູ້ຍິງ

ນີ້ຫມາຍເຖີງວ່າງູ ແລະ ຜູ້ຍິງຈະກາຍເປັນສັດຕູກັນ.

ເຊື້ອສາຍ

"ລູກຫລານ" ຫລື "ເຊື້ອສາຍ." ຄຳວ່າ “ເຊື້ອສາຍ” ຫມາຍເຖິງສິ່ງທີ່ຜູ້ຊາຍເອົາເຂົ້າໃນຮ່າງກາຍຂອງຜູ້ຍິງ ເພື່ອເຮັດໃຫ້ເດັກນ້ອຍເຕີບໃຫຍ່ພາຍໃນແມ່ຍິງ. ຄ້າຍຄືກັບຄຳວ່າ "ລູກຫລານ", ມັນສາມາດຫມາຍເຖິງຫລາຍກວ່າຫນຶ່ງຄົນ, ຄືກັບ ຄຳວ່າ "ເຊື້ອສາຍ". ພະຍາຍາມຊອກຫາຄຳສັບທີ່ເປັນຄຳແທນນາມດຽວ ແຕ່ວ່າມັນສາມາດຫມາຍເຖິງຫລາຍກວ່າຫນຶ່ງ ຄົນ.

ເຂົາຈະເຮັດໃຫ້ຫົວຂອງມຶງແຕກ...... ສົ້ນຫນ່ອງຂອງເຂົາ

ຄຳວ່າ "ເຂົາ" ແລະ "ຂອງເຂົາ" ຫມາຍເຖິງເຊື້ອສາຍຂອງຜູ້ຍິງ. ຖ້າວ່າ "ເຊື້ອສາຍ" ຖືກແປເປັນຈຳນວນຫລາຍ, ນີ້ສາມາດຖືກແປເປັນ "ພວກເຂົາຈະກັດ ... ສົ້ນຂອງພວກເຂົາ"; ໃນກໍລະນີນີ້, ໃຫ້ພິຈາລະນາໃສ່ຫມາຍເຫດ ເພື່ອບອກວ່າ "ພວກເຂົາ" ແລະ "ຂອງພວກເຂົາ" ຖືກໃຊ້ໃນການແປສັບພະນາມດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns)

ແຕກຫມຸ່ນ

"ຕຳ" ຫລື "ທະລຸ" ຫລື "ໂຈມຕີ"