lo_tn/gen/03/14.md

32 lines
4.6 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ມຶງຈຶ່ງຖືກສາບແຊ່ງ
"ມຶງຈຶ່ງຖືກສາບແຊ່ງ." ຄຳວ່າ "ສາບແຊ່ງ" ແມ່ນມີຄວາມຫມາຍທຳອິດໃນພາສາເຮັບເຣີເພື່ອເນັ້ນຫນັກເຖິງສິ່ງກົງກັນຂ້າມລະຫວ່າງພຣະພອນຂອງພຣະເຈົ້າທີ່ມີຕໍ່ສັດທັງຫລາຍ ແລະ ຄຳສາບແຊ່ງນີ້ໄດ້ຕົກໃສ່ງູ. ນີ້ແມ່ນ "ສູດແຫ່ງການສາບແຊ່ງ" ຫລື ວິທີການທີ່ຄຳສາບແຊ່ງຖືກສະແດງອອກ. ໂດຍການກ່າວຄຳສາບແຊ່ງນີ້, ພຣະເຈົ້າໄດ້ເຮັດໃຫ້ມັນເກີດຂື້ນຈິງ.
# ທ່າມກາງສັດໃຊ້ງານທັງຫມົດ ແລະສັດປ່າທັງຫລາຍ
"ສັດລ້ຽງທັງຫມົດ ແລະ ສັດປ່າທັງຫມົດ"
# ມຶງຈະເລືອດ້ວຍທ້ອງຂອງມຶງ
"ມຶງຈະເລືອໄປຕາມພື້ນດິນດ້ວຍທ້ອງຂອງມຶງ." ຄຳເວົ້າທີ່ວ່າ "ມັນຢູ່ໃນເທີງທ້ອງຂອງມຶງ" ມາກ່ອນເພື່ອເນັ້ນເຖິງສິ່ງກົງກັນຂ້າມ ລະຫວ່າງວິທີການສັດອື່ນໆທີ່ເຄື່ອນໄຫວໄປມາໂດຍການໃຊ້ຂາຂອງພວກມັນ ແລະ ວິທີທີ່ງູຈະເລືອໂດຍໃຊ້ທ້ອງຂອງມັນ. ນີ້ກໍ່ແມ່ນສ່ວນຫນຶ່ງຂອງສູດແຫ່ງການສາບແຊ່ງ.
# ຜົງຂີ້ຝຸ່ນດິນຈະເປັນສິ່ງທີ່ມຶງຕ້ອງກິນ
"ມຶງຈະກິນຂີ້ຝຸ່ນ." ຄຳເວົ້າວ່າ "ມັນແມ່ນຂີ້ຝຸ່ນ" ມາກ່ອນເພື່ອເນັ້ນເຖິງຄວາມແຕກຕ່າງລະຫວ່າງຕົ້ນໄມ້ເກີດຢູ່ເທິງຫນ້າດິນທີ່ສັດອື່ນໆຈະກິນ ແລະ ອາຫານທີ່ເປື້ອນຢູ່ເທິງພື້ນດິນທີ່ງູຈະກິນ. ນີ້ແມ່ນສ່ວນຫນຶ່ງຂອງສູດແຫ່ງການສາບແຊ່ງ.
# ເຮົາຈະໃຫ້ຄວາມກຽດຊັງກັນ ລະຫວ່າງມຶງກັບຜູ້ຍິງ
ນີ້ຫມາຍເຖີງວ່າງູ ແລະ ຜູ້ຍິງຈະກາຍເປັນສັດຕູກັນ.
# ເຊື້ອສາຍ
"ລູກຫລານ" ຫລື "ເຊື້ອສາຍ." ຄຳວ່າ “ເຊື້ອສາຍ” ຫມາຍເຖິງສິ່ງທີ່ຜູ້ຊາຍເອົາເຂົ້າໃນຮ່າງກາຍຂອງຜູ້ຍິງ ເພື່ອເຮັດໃຫ້ເດັກນ້ອຍເຕີບໃຫຍ່ພາຍໃນແມ່ຍິງ. ຄ້າຍຄືກັບຄຳວ່າ "ລູກຫລານ", ມັນສາມາດຫມາຍເຖິງຫລາຍກວ່າຫນຶ່ງຄົນ, ຄືກັບ ຄຳວ່າ "ເຊື້ອສາຍ". ພະຍາຍາມຊອກຫາຄຳສັບທີ່ເປັນຄຳແທນນາມດຽວ ແຕ່ວ່າມັນສາມາດຫມາຍເຖິງຫລາຍກວ່າຫນຶ່ງ ຄົນ.
# ເຂົາຈະເຮັດໃຫ້ຫົວຂອງມຶງແຕກ...... ສົ້ນຫນ່ອງຂອງເຂົາ
ຄຳວ່າ "ເຂົາ" ແລະ "ຂອງເຂົາ" ຫມາຍເຖິງເຊື້ອສາຍຂອງຜູ້ຍິງ. ຖ້າວ່າ "ເຊື້ອສາຍ" ຖືກແປເປັນຈຳນວນຫລາຍ, ນີ້ສາມາດຖືກແປເປັນ "ພວກເຂົາຈະກັດ ... ສົ້ນຂອງພວກເຂົາ"; ໃນກໍລະນີນີ້, ໃຫ້ພິຈາລະນາໃສ່ຫມາຍເຫດ ເພື່ອບອກວ່າ "ພວກເຂົາ" ແລະ "ຂອງພວກເຂົາ" ຖືກໃຊ້ໃນການແປສັບພະນາມດຽວ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-pronouns]])
# ແຕກຫມຸ່ນ
"ຕຳ" ຫລື "ທະລຸ" ຫລື "ໂຈມຕີ"