lo_tn/gen/02/11.md

2.2 KiB

ປີໂຊນ

ຊື່ນີ້ປາກົດເຫັນຢູ່ໃນພຣະຄຳພີພຽງແຕ່ຄັ້ງດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names).

ແຜ່ນດິນທັງຫມົດຂອງຮາວີລາ

"ແຜ່ນດິນທັງຫມົດເອີ້ນວ່າຮາວີລາ." ມັນຕັ້ງຢູ່ບາງເຂດໃນທະເລຊາຍອາຣັບບຽນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names).

ແຜ່ນດິນນັ້ນເປັນທອງຄຳ

ປະໂຫຍກນີ້ໃຫ້ຂໍ້ມູນກ່ຽວກັບຮາວີລາ. ບາງພາສາຈະແປມັນເປັນປະໂຫຍກແຍກອອກຕ່າງຫາກ. ອາດແປໄດ້ອີກວ່າ: "ມີທອງຄຳຢູ່ໃນຮາວີລາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-distinguish)

ໃນນີ້ມີຢາງໄມ້ຕະຄໍ້າ (ຢາງໄມ້ຫອມທີ່ມີຣາຄາ) ແລະ ຫີນໂມຣາດ້ວຍ

ປະໂຫຍກ "ໃນນີ້" ຖືກວາງໄວ້ໃນຕົ້ນປະໂຫຍກເພື່ອເນັ້ນຫນັກ. ອາດແປໄດ້ອີກວ່າ: "ບ່ອນນີ້ທີ່ມະນຸດສາມາດພົບເຫັນຢາງໄມ້ຕະຄໍ້າ ແລະ ຫີນໂມຣາ.

ຢາງໄມ້ຕະຄໍ້າ (ຢາງໄມ້ຫອມທີ່ມີຣາຄາ)

ຢາງນີ້ມາຈາກຕົ້ນໄມ້ ແລະ ມີກິ່ນທີ່ຫອມ. ຢາງແມ່ນສິ່ງຫນຽວທີ່ອອກມາຈາກຕົ້ນໄມ້ບາງຊະນິດ ແລະ ສາມາດເຜົາໄຫມ້ໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown)

ຫີນໂມຣາ

"ຫີນໂມຣາ" ໂມຣາເປັນຫີນຊະນິດຫນຶ່ງທີ່ສວຍງາມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown)