# ປີໂຊນ ຊື່ນີ້ປາກົດເຫັນຢູ່ໃນພຣະຄຳພີພຽງແຕ່ຄັ້ງດຽວ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-names]]). # ແຜ່ນດິນທັງຫມົດຂອງຮາວີລາ "ແຜ່ນດິນທັງຫມົດເອີ້ນວ່າຮາວີລາ." ມັນຕັ້ງຢູ່ບາງເຂດໃນທະເລຊາຍອາຣັບບຽນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-names]]). # ແຜ່ນດິນນັ້ນເປັນທອງຄຳ ປະໂຫຍກນີ້ໃຫ້ຂໍ້ມູນກ່ຽວກັບຮາວີລາ. ບາງພາສາຈະແປມັນເປັນປະໂຫຍກແຍກອອກຕ່າງຫາກ. ອາດແປໄດ້ອີກວ່າ: "ມີທອງຄຳຢູ່ໃນຮາວີລາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-distinguish]]) # ໃນນີ້ມີຢາງໄມ້ຕະຄໍ້າ (ຢາງໄມ້ຫອມທີ່ມີຣາຄາ) ແລະ ຫີນໂມຣາດ້ວຍ ປະໂຫຍກ "ໃນນີ້" ຖືກວາງໄວ້ໃນຕົ້ນປະໂຫຍກເພື່ອເນັ້ນຫນັກ. ອາດແປໄດ້ອີກວ່າ: "ບ່ອນນີ້ທີ່ມະນຸດສາມາດພົບເຫັນຢາງໄມ້ຕະຄໍ້າ ແລະ ຫີນໂມຣາ. # ຢາງໄມ້ຕະຄໍ້າ (ຢາງໄມ້ຫອມທີ່ມີຣາຄາ) ຢາງນີ້ມາຈາກຕົ້ນໄມ້ ແລະ ມີກິ່ນທີ່ຫອມ. ຢາງແມ່ນສິ່ງຫນຽວທີ່ອອກມາຈາກຕົ້ນໄມ້ບາງຊະນິດ ແລະ ສາມາດເຜົາໄຫມ້ໄດ້. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-unknown]]) # ຫີນໂມຣາ "ຫີນໂມຣາ" ໂມຣາເປັນຫີນຊະນິດຫນຶ່ງທີ່ສວຍງາມ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-unknown]])