lo_tn/gen/01/26.md

4.0 KiB

ໃຫ້ພວກເຮົາສ້າງ

ຄຳວ່າ "ພວກເຮົາ" ໃນນີ້ຫມາຍເຖິງພຣະເຈົ້າ. ພຣະເຈົ້າເວົ້າໃນສິ່ງທີ່ພຣະອົງຕັ້ງໃຈເຮັດ. ການອອກສຽງວ່າ "ພວກເຮົາ" ແມ່ນຫມາຍເຖີງຈຳນວນຫລາຍ. ເຫດຜົນທີ່ເປັນໄປໄດ້ສຳ ລັບການນຳໃຊ້ຈຳນວນຫລາຍແມ່ນ 1) ຮູບແບບການອອກສຽງເປັນຈຳນວນຫລາຍສະແດງໃຫ້ເຫັນວ່າພຣະເຈົ້າກຳລັງສົນທະນາບາງຢ່າງ ກັບບັນດາເທວະດາ ທີ່ປະກອບດ້ວຍຄະນະເທວະດາຂອງພຣະອົງ ຫລື 2) ຮູບແບບການອອກສຽງຫລາຍສະແດງເຖິງຄວາມຫມາຍ ຂອງພຣະຄຳພີພາກພັນທະສັນຍາໃຫມ່ ທີ່ອະທິບາຍເຖີງການຊົງເປັນຢູ່ຂອງພຣະເຈົ້າວ່າມີຢູ່ໃນຮູບແບບຂອງອົງພຣະວິນຍານບໍລິສຸດ ອົງດຽວແຕ່ເປັນສາມພຣະພາກ. ບາງຄົນແປວ່າ "ຂໍໃຫ້ຂ້ອຍເຮັດ" ຫລື "ຂ້ອຍຈະເຮັດ." ຖ້າທ່ານແປແບບນີ້, ຂໍໃຫ້ພິຈາລະນາເພີ່ມ ຫມາຍເຫດ ເພື່ອອະທິບາຍ ຄຳສັບເປັນຄຳຈຳນວນຫລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns)

ມະນຸດ

"ມະນຸດ" ຫລື "ຄົນ." ຄຳນີ້ບໍ່ໄດ້ຫມາຍເຖີງສະເພາະຜູ້ຊາຍເທົ່ານັ້ນ.

ຕາມແບບຢ່າງຂອງເຮົາ, ຕາມລັກສະນະຂອງເຮົາ

ປະໂຫຍກສອງຢ່າງນີ້ມີຄວາມຫມາຍດຽວກັນ ແລະ ເນັ້ນຫນັກວ່າພຣະເຈົ້າສ້າງມະນຸດໃຫ້ເປັນຄືກັບພຣະອົງ. ຂໍ້ນີ້ບໍ່ໄດ້ບອກໃນທາງໃດແດ່ທີ່ພຣະເຈົ້າສ້າງມະນຸດໃຫ້ເປັນຄືກັບຕົວເອງ. ພຣະເຈົ້າບໍ່ມີຮ່າງກາຍ, ສະນັ້ນມັນບໍ່ໄດ້ຫມາຍຄວາມວ່າຄົນເຮົາຈະມີລັກສະນະ ຄືກັບພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ເພື່ອເປັນຄືກັບພວກເຮົາແທ້ໆ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-doublet]] ແລະ [[rc:///ta/man/translate/figs-pronouns]])

ໃຫ້ພວກເຂົາຄອບຄອງ

"ຄອບຄອງ" ຫລື "ມີອຳນາດປົກຄອງເຫນືອ"

ພຣະເຈົ້າຊົງສ້າງມະນຸດ...... ພຣະອົງຊົງສ້າງພວກເຂົາ

ສອງປະໂຫຍກນີ້ແມ່ນມີຄວາມຫມາຍອັນດຽວກັນ ແລະ ເປັນການເນັ້ນວ່າພຣະເຈົ້າໄດ້ສ້າງມະນຸດຕາມລັກສະນະຂອງພຣະອົງເອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພຣະເຈົ້າຊົງສ້າງມະນຸດ

ວິທີທີ່ພະເຈົ້າສ້າງມະນຸດແຕກຕ່າງຈາກວິທີທີ່ພຣະອົງສ້າງທຸກສິ່ງ. ບໍ່ໄດ້ລະບຸວ່າພຣະອົງສ້າງມະນຸດໂດຍການເວົ້າເທົ່ານັ້ນ, ຄືກັບໃນຂໍ້ກ່ອນໆ.