lo_tn/gen/01/26.md

24 lines
4.0 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ໃຫ້ພວກເຮົາສ້າງ
ຄຳວ່າ "ພວກເຮົາ" ໃນນີ້ຫມາຍເຖິງພຣະເຈົ້າ. ພຣະເຈົ້າເວົ້າໃນສິ່ງທີ່ພຣະອົງຕັ້ງໃຈເຮັດ. ການອອກສຽງວ່າ "ພວກເຮົາ" ແມ່ນຫມາຍເຖີງຈຳນວນຫລາຍ. ເຫດຜົນທີ່ເປັນໄປໄດ້ສຳ ລັບການນຳໃຊ້ຈຳນວນຫລາຍແມ່ນ 1) ຮູບແບບການອອກສຽງເປັນຈຳນວນຫລາຍສະແດງໃຫ້ເຫັນວ່າພຣະເຈົ້າກຳລັງສົນທະນາບາງຢ່າງ ກັບບັນດາເທວະດາ ທີ່ປະກອບດ້ວຍຄະນະເທວະດາຂອງພຣະອົງ ຫລື 2) ຮູບແບບການອອກສຽງຫລາຍສະແດງເຖິງຄວາມຫມາຍ ຂອງພຣະຄຳພີພາກພັນທະສັນຍາໃຫມ່ ທີ່ອະທິບາຍເຖີງການຊົງເປັນຢູ່ຂອງພຣະເຈົ້າວ່າມີຢູ່ໃນຮູບແບບຂອງອົງພຣະວິນຍານບໍລິສຸດ ອົງດຽວແຕ່ເປັນສາມພຣະພາກ. ບາງຄົນແປວ່າ "ຂໍໃຫ້ຂ້ອຍເຮັດ" ຫລື "ຂ້ອຍຈະເຮັດ." ຖ້າທ່ານແປແບບນີ້, ຂໍໃຫ້ພິຈາລະນາເພີ່ມ ຫມາຍເຫດ ເພື່ອອະທິບາຍ ຄຳສັບເປັນຄຳຈຳນວນຫລາຍ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-pronouns]])
# ມະນຸດ
"ມະນຸດ" ຫລື "ຄົນ." ຄຳນີ້ບໍ່ໄດ້ຫມາຍເຖີງສະເພາະຜູ້ຊາຍເທົ່ານັ້ນ.
# ຕາມແບບຢ່າງຂອງເຮົາ, ຕາມລັກສະນະຂອງເຮົາ
ປະໂຫຍກສອງຢ່າງນີ້ມີຄວາມຫມາຍດຽວກັນ ແລະ ເນັ້ນຫນັກວ່າພຣະເຈົ້າສ້າງມະນຸດໃຫ້ເປັນຄືກັບພຣະອົງ. ຂໍ້ນີ້ບໍ່ໄດ້ບອກໃນທາງໃດແດ່ທີ່ພຣະເຈົ້າສ້າງມະນຸດໃຫ້ເປັນຄືກັບຕົວເອງ. ພຣະເຈົ້າບໍ່ມີຮ່າງກາຍ, ສະນັ້ນມັນບໍ່ໄດ້ຫມາຍຄວາມວ່າຄົນເຮົາຈະມີລັກສະນະ ຄືກັບພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ເພື່ອເປັນຄືກັບພວກເຮົາແທ້ໆ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-doublet]] ແລະ [[rc://*/ta/man/translate/figs-pronouns]])
# ໃຫ້ພວກເຂົາຄອບຄອງ
"ຄອບຄອງ" ຫລື "ມີອຳນາດປົກຄອງເຫນືອ"
# ພຣະເຈົ້າຊົງສ້າງມະນຸດ...... ພຣະອົງຊົງສ້າງພວກເຂົາ
ສອງປະໂຫຍກນີ້ແມ່ນມີຄວາມຫມາຍອັນດຽວກັນ ແລະ ເປັນການເນັ້ນວ່າພຣະເຈົ້າໄດ້ສ້າງມະນຸດຕາມລັກສະນະຂອງພຣະອົງເອງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-parallelism]])
# ພຣະເຈົ້າຊົງສ້າງມະນຸດ
ວິທີທີ່ພະເຈົ້າສ້າງມະນຸດແຕກຕ່າງຈາກວິທີທີ່ພຣະອົງສ້າງທຸກສິ່ງ. ບໍ່ໄດ້ລະບຸວ່າພຣະອົງສ້າງມະນຸດໂດຍການເວົ້າເທົ່ານັ້ນ, ຄືກັບໃນຂໍ້ກ່ອນໆ.