lo_tn/gen/01/11.md

4.1 KiB

ໃຫ້ແຜ່ນດິນເກີດພືດທຸກຊະນິດ

ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າແຜ່ນດິນໂລກກໍໃຫ້ເກີດ ພືດຕ່າງໆ, ພຣະເຈົ້າໄດ້ເຮັດໃຫ້ມັນເຕີບໃຫຍ່ຂື້ນ. ອາດແປໄດ້ອີກວ່າ: "ຈົ່ງໃຫ້ພືດເກີດຂື້ນເທີງແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-imperative)

ໃຫ້ແຜ່ນດິນເກີດພືດທຸກຊະນິດ: ທັງແນວເປັນເມັດ ແລະ ແນວເປັນຫມາກຕາມຊະນິດຂອງມັນ

"ໃຫ້ແຜ່ນດິນເກີດພືດທຸກຊະນິດ: ທັງແນວເປັນເມັດ ແລະ ແນວເປັນຫມາກຕາມຊະນິດຂອງມັນ." ຫລື "ພືດທັງຫລາຍ. ຈົ່ງໃຫ້ພືດທັງຫລາຍເກີດເປັນເມັດ ແລະ ຕົ້ນໄມ້ທັງຫລາຍໃຫ້ເກີດຫມາກ." "ຄຳວ່າພືດທີ່ຖືກໃຊ້ຢູ່ນີ້ເປັນຄຳສັບທົ່ວໄປເຊິ່ງລວມມີພືດ ແລະ ຕົ້ນໄມ້ທຸກຊະນິດ.

ພືດ

ນີ້ແມ່ນບັນດາປະເພດຜັກທີ່ມີລຳຕົ້ນອ່ອນ, ຫລືພືດທີ່ມີລຳຕົ້ນເປັນໄມ້ແຂງ.

ຕົ້ນໄມ້ທັງຫລາຍທີ່ມີຜົນທີ່ມີເມັດຢູ່ໃຫ້ເກີດຫມາກຕາມຊະນິດຂອງມັນ

"ຕົ້ນໄມ້ທັງຫລາຍທີ່ເກີດຜົນ ທີ່ມີເມັດຢູ່ໃນພວກມັນ"

ແນວເປັນຫມາກຕາມຊະນິດຂອງມັນ

ເມັດຈະເກີດເປັນພືດ ແລະ ຕົ້ນໄມ້ຕາມແກ່ນພືດນັ້ນໆທີ່ມັນມາຈາກ. ດ້ວຍວິທີນີ້, ຕົ້ນໄມ້ ແລະ ຕົ້ນໄມ້ຈະ "ຜະລິດດ້ວຍຕົວຂອງມັນເອງ.”

ກໍເປັນດັ່ງນັ້ນ

"ມັນກໍ່ເປັນດັ່ງນັ້ນ" ຫລື "ນັ້ນແມ່ນສິ່ງທີ່ເກີດຂື້ນ." ສິ່ງທີ່ພຣະເຈົ້າສັ່ງກໍ່ໄດ້ເກີດຂຶ້ນຕາມທີ່ພຣະອົງຊົງກ່າວ. ປະໂຫຍກນີ້ປາກົດຢູ່ທົ່ວບົດ ແລະ ມີຄວາມຫມາຍດຽວກັນຢູ່ທຸກບ່ອນທີ່ມັນປາກົດ. ການແປນີ້ແມ່ນຄືກັນກັບຢູ່ໃນຂໍ້ 1:6

ພຣະອົງຊົງເຫັນວ່າມັນດີ

ໃນນີ້ຄຳວ່າ "ມັນ" ຫມາຍເຖີງຜັກ, ພືດ, ແລະຕົ້ນໄມ້. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ1:9.

ເວລາຄ່ຳ ແລະ ເວລາເຊົ້າ

ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າມັນຖືກແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 3. (ເບິ່ງເພີ່ມເຕີມ: Merism)

ເປັນມື້ທີສາມ

ນີ້ຫມາຍເຖິງມື້ທີສອງທີ່ຈັກກະວານມີຢູ່. ເບິ່ງວິທີທີ່ທ່ານແປ "ມື້ທຳອິດ" ໃນຂໍ້ 1: 3 ແລະ ຕັດສິນໃຈວ່າທ່ານຄວນແປແບບນີ້ຄືກັນບໍ.