lo_tn/gen/01/11.md

36 lines
4.1 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ໃຫ້ແຜ່ນດິນເກີດພືດທຸກຊະນິດ
ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າແຜ່ນດິນໂລກກໍໃຫ້ເກີດ ພືດຕ່າງໆ, ພຣະເຈົ້າໄດ້ເຮັດໃຫ້ມັນເຕີບໃຫຍ່ຂື້ນ. ອາດແປໄດ້ອີກວ່າ: "ຈົ່ງໃຫ້ພືດເກີດຂື້ນເທີງແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-imperative]])
# ໃຫ້ແຜ່ນດິນເກີດພືດທຸກຊະນິດ: ທັງແນວເປັນເມັດ ແລະ ແນວເປັນຫມາກຕາມຊະນິດຂອງມັນ
"ໃຫ້ແຜ່ນດິນເກີດພືດທຸກຊະນິດ: ທັງແນວເປັນເມັດ ແລະ ແນວເປັນຫມາກຕາມຊະນິດຂອງມັນ." ຫລື "ພືດທັງຫລາຍ. ຈົ່ງໃຫ້ພືດທັງຫລາຍເກີດເປັນເມັດ ແລະ ຕົ້ນໄມ້ທັງຫລາຍໃຫ້ເກີດຫມາກ." "ຄຳວ່າພືດທີ່ຖືກໃຊ້ຢູ່ນີ້ເປັນຄຳສັບທົ່ວໄປເຊິ່ງລວມມີພືດ ແລະ ຕົ້ນໄມ້ທຸກຊະນິດ.
# ພືດ
ນີ້ແມ່ນບັນດາປະເພດຜັກທີ່ມີລຳຕົ້ນອ່ອນ, ຫລືພືດທີ່ມີລຳຕົ້ນເປັນໄມ້ແຂງ.
# ຕົ້ນໄມ້ທັງຫລາຍທີ່ມີຜົນທີ່ມີເມັດຢູ່ໃຫ້ເກີດຫມາກຕາມຊະນິດຂອງມັນ
"ຕົ້ນໄມ້ທັງຫລາຍທີ່ເກີດຜົນ ທີ່ມີເມັດຢູ່ໃນພວກມັນ"
# ແນວເປັນຫມາກຕາມຊະນິດຂອງມັນ
ເມັດຈະເກີດເປັນພືດ ແລະ ຕົ້ນໄມ້ຕາມແກ່ນພືດນັ້ນໆທີ່ມັນມາຈາກ. ດ້ວຍວິທີນີ້, ຕົ້ນໄມ້ ແລະ ຕົ້ນໄມ້ຈະ "ຜະລິດດ້ວຍຕົວຂອງມັນເອງ.”
# ກໍເປັນດັ່ງນັ້ນ
"ມັນກໍ່ເປັນດັ່ງນັ້ນ" ຫລື "ນັ້ນແມ່ນສິ່ງທີ່ເກີດຂື້ນ." ສິ່ງທີ່ພຣະເຈົ້າສັ່ງກໍ່ໄດ້ເກີດຂຶ້ນຕາມທີ່ພຣະອົງຊົງກ່າວ. ປະໂຫຍກນີ້ປາກົດຢູ່ທົ່ວບົດ ແລະ ມີຄວາມຫມາຍດຽວກັນຢູ່ທຸກບ່ອນທີ່ມັນປາກົດ. ການແປນີ້ແມ່ນຄືກັນກັບຢູ່ໃນຂໍ້ 1:6
# ພຣະອົງຊົງເຫັນວ່າມັນດີ
ໃນນີ້ຄຳວ່າ "ມັນ" ຫມາຍເຖີງຜັກ, ພືດ, ແລະຕົ້ນໄມ້. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ1:9.
# ເວລາຄ່ຳ ແລະ ເວລາເຊົ້າ
ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າມັນຖືກແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 3. (ເບິ່ງເພີ່ມເຕີມ: Merism)
# ເປັນມື້ທີສາມ
ນີ້ຫມາຍເຖິງມື້ທີສອງທີ່ຈັກກະວານມີຢູ່. ເບິ່ງວິທີທີ່ທ່ານແປ "ມື້ທຳອິດ" ໃນຂໍ້ 1: 3 ແລະ ຕັດສິນໃຈວ່າທ່ານຄວນແປແບບນີ້ຄືກັນບໍ.