lo_tn/gen/01/06.md

3.0 KiB

ຈົ່ງເກີດແຜ່ນຟ້າ .......ແຍກນ້ຳອອກຈາກກັນ

ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າໃຫ້ແຜ່ນຟ້າມີການແຍກອອກ ແລະ ໃຫ້ແບ່ງແຍກນໍ້າ, ພຣະເຈົ້າໄດ້ສ້າງແຜ່ນດິນ ແລະ ແຍກນໍ້າອອກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-imperative)

ແຜ່ນຟ້າ

"ພື້ນທີ່ຫວ່າງໃຫຍ່." ຄົນຢິວຄິດເຖິງພື້ນທີ່ນີ້ວ່າເປັນຮູບຊົງຄ້າຍຄືກັບຢູ່ພາຍໃນໂດມ ຫລື ພາຍໃນຂອງຊາມ ທີ່ຄວໍ້າຫນ້າລົງ.

ໃນລະຫວ່າງນໍ້າ

"ໃນນໍ້າ"

ພຣະເຈົ້າຈຶ່ງຊົງສ້າງແຜ່ນຟ້າ ແລະ ໄດ້ແຍກນ້ຳອອກຈາກກັນ

"ໃນວິທີການນີ້, ພຣະເຈົ້າໄດ້ສ້າງທ້ອງຟ້າ ແລະ ແບ່ງແຍກນໍ້າອອກຈາກກັນ." ເມື່ອພຣະເຈົ້າໄດ້ກ່າວ, ແລ້ວກໍເປັນດັ່ງນັ້ນ. ປະໂຫຍກນີ້ອະທິບາຍກ່ຽວກັບສິ່ງທີ່ພະເຈົ້າໄດ້ເຮັດໃນເວລາທີ່ພຣະອົງໄດ້ກ່າວ.

ກໍເປັນດັ່ງນັ້ນ

"ມັນກໍ່ເປັນດັ່ງນັ້ນ" ຫລື "ນັ້ນແມ່ນສິ່ງທີ່ເກີດຂຶ້ນ." ສິ່ງທີ່ພະເຈົ້າສັ່ງ ກໍ່ໄດ້ເກີດຂຶ້ນຕາມທີ່ພຣະອົງຊົງກ່າວ. ປະໂຫຍກນີ້ປາກົດຢູ່ທົ່ວບົດ ແລະ ມີຄວາມຫມາຍດຽວກັນຢູ່ທຸກບ່ອນທີ່ມັນປາກົດ.

ມີເວລາຄໍ່າ, ແລະ ເວລາເຊົ້າ

ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າມັນຖືກແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. ເບິ່ງວິທີທີ່ທ່ານຄວນແປຂໍ້ນີ້ໃນ 1: 3. (ເບິ່ງເພີ່ມເຕີມ: Merism)

ເປັນມື້ທີສອງ.

ນີ້ຫມາຍເຖິງມື້ທີສອງທີ່ຈັກກະວານມີຢູ່. ເບິ່ງວິທີທີ່ທ່ານແປ "ມື້ທຳອິດ" ໃນຂໍ້ 1: 3 ແລະ ຕັດສິນໃຈວ່າທ່ານຄວນແປແບບນີ້ຄືກັນບໍ.