lo_tn/gen/01/06.md

28 lines
3.0 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ຈົ່ງເກີດແຜ່ນຟ້າ .......ແຍກນ້ຳອອກຈາກກັນ
ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າໃຫ້ແຜ່ນຟ້າມີການແຍກອອກ ແລະ ໃຫ້ແບ່ງແຍກນໍ້າ, ພຣະເຈົ້າໄດ້ສ້າງແຜ່ນດິນ ແລະ ແຍກນໍ້າອອກ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-imperative]])
# ແຜ່ນຟ້າ
"ພື້ນທີ່ຫວ່າງໃຫຍ່." ຄົນຢິວຄິດເຖິງພື້ນທີ່ນີ້ວ່າເປັນຮູບຊົງຄ້າຍຄືກັບຢູ່ພາຍໃນໂດມ ຫລື ພາຍໃນຂອງຊາມ ທີ່ຄວໍ້າຫນ້າລົງ.
# ໃນລະຫວ່າງນໍ້າ
"ໃນນໍ້າ"
# ພຣະເຈົ້າຈຶ່ງຊົງສ້າງແຜ່ນຟ້າ ແລະ ໄດ້ແຍກນ້ຳອອກຈາກກັນ
"ໃນວິທີການນີ້, ພຣະເຈົ້າໄດ້ສ້າງທ້ອງຟ້າ ແລະ ແບ່ງແຍກນໍ້າອອກຈາກກັນ." ເມື່ອພຣະເຈົ້າໄດ້ກ່າວ, ແລ້ວກໍເປັນດັ່ງນັ້ນ. ປະໂຫຍກນີ້ອະທິບາຍກ່ຽວກັບສິ່ງທີ່ພະເຈົ້າໄດ້ເຮັດໃນເວລາທີ່ພຣະອົງໄດ້ກ່າວ.
# ກໍເປັນດັ່ງນັ້ນ
"ມັນກໍ່ເປັນດັ່ງນັ້ນ" ຫລື "ນັ້ນແມ່ນສິ່ງທີ່ເກີດຂຶ້ນ." ສິ່ງທີ່ພະເຈົ້າສັ່ງ ກໍ່ໄດ້ເກີດຂຶ້ນຕາມທີ່ພຣະອົງຊົງກ່າວ. ປະໂຫຍກນີ້ປາກົດຢູ່ທົ່ວບົດ ແລະ ມີຄວາມຫມາຍດຽວກັນຢູ່ທຸກບ່ອນທີ່ມັນປາກົດ.
# ມີເວລາຄໍ່າ, ແລະ ເວລາເຊົ້າ
ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າມັນຖືກແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. ເບິ່ງວິທີທີ່ທ່ານຄວນແປຂໍ້ນີ້ໃນ 1: 3. (ເບິ່ງເພີ່ມເຕີມ: Merism)
# ເປັນມື້ທີສອງ.
ນີ້ຫມາຍເຖິງມື້ທີສອງທີ່ຈັກກະວານມີຢູ່. ເບິ່ງວິທີທີ່ທ່ານແປ "ມື້ທຳອິດ" ໃນຂໍ້ 1: 3 ແລະ ຕັດສິນໃຈວ່າທ່ານຄວນແປແບບນີ້ຄືກັນບໍ.