lo_tn/gen/01/03.md

2.0 KiB

ຈົ່ງເກີດຄວາມສະຫວ່າງ

ນີ້ແມ່ນຄຳສັ່ງ. ໂດຍບັນຊາວ່າຈົ່ງມີຄວາມສະຫວ່າງ, ພຣະເຈົ້າໄດ້ເຮັດໃຫ້ມັນມີຢູ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-imperative)

ພຣະເຈົ້າຊົງເຫັນ, ຄວາມສະຫວ່າງນັ້ນດີ

"ພຣະເຈົ້າຊົງເຫັນຄວາມສະຫວ່າງນັ້ນເປັນທີ່ພໍພຣະໄທ." "ດີ" ໃນນີ້ແມ່ນຫມາຍເຖີງ "ພໍພຣະໄທ" ຫລື "ເຫມາະສົມ."

ຊົງແຍກຄວາມສະຫວ່າງອອກຈາກຄວາມມືດ

"ຊົງແຍກຄວາມສະຫວ່າງອອກຈາກຄວາມມືດ" ຫລື "ເຮັດໃຫ້ຄວາມສະຫວ່າງຢູ່ອີກເວລາຫນຶ່ງ ແລະ ຄວາມມືດຢູ່ອີກເວລາຫນຶ່ງ." ນີ້ຫມາຍເຖີງການຊົງສ້າງກາງເວັນ ແລະ ກາງຄືນ.

ນີ້ແມ່ນເວລາແລງ ແລະ ເວລາເຊົ້າ, ເປັນວັນທີຫນຶ່ງ

ພຣະເຈົ້າຊົງເຮັດສິ່ງນີ້ໃນມື້ທຳອິດທີ່ມີຈັກກະວານ.

ເວລາແລງ ແລະ ເວລາເຊົ້າ

ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າພວກມັນແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)