lo_tn/gen/01/03.md

20 lines
2.0 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ຈົ່ງເກີດຄວາມສະຫວ່າງ
ນີ້ແມ່ນຄຳສັ່ງ. ໂດຍບັນຊາວ່າຈົ່ງມີຄວາມສະຫວ່າງ, ພຣະເຈົ້າໄດ້ເຮັດໃຫ້ມັນມີຢູ່. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-imperative]])
# ພຣະເຈົ້າຊົງເຫັນ, ຄວາມສະຫວ່າງນັ້ນດີ
"ພຣະເຈົ້າຊົງເຫັນຄວາມສະຫວ່າງນັ້ນເປັນທີ່ພໍພຣະໄທ." "ດີ" ໃນນີ້ແມ່ນຫມາຍເຖີງ "ພໍພຣະໄທ" ຫລື "ເຫມາະສົມ."
# ຊົງແຍກຄວາມສະຫວ່າງອອກຈາກຄວາມມືດ
"ຊົງແຍກຄວາມສະຫວ່າງອອກຈາກຄວາມມືດ" ຫລື "ເຮັດໃຫ້ຄວາມສະຫວ່າງຢູ່ອີກເວລາຫນຶ່ງ ແລະ ຄວາມມືດຢູ່ອີກເວລາຫນຶ່ງ." ນີ້ຫມາຍເຖີງການຊົງສ້າງກາງເວັນ ແລະ ກາງຄືນ.
# ນີ້ແມ່ນເວລາແລງ ແລະ ເວລາເຊົ້າ, ເປັນວັນທີຫນຶ່ງ
ພຣະເຈົ້າຊົງເຮັດສິ່ງນີ້ໃນມື້ທຳອິດທີ່ມີຈັກກະວານ.
# ເວລາແລງ ແລະ ເວລາເຊົ້າ
ນີ້ຫມາຍເຖິງຫມົດມື້. ນັກຂຽນເວົ້າເຖີງເວລາຫມົດມື້ຄືກັບວ່າພວກມັນແບ່ງອອກເປັນສອງສ່ວນ. ໃນວັດທະນະທຳຢິວ, ມື້ຫນຶ່ງເລີ່ມຕົ້ນເມື່ອຕາເວັນຕົກດິນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-merism]])