lo_tn/gal/01/15.md

2.7 KiB

ຜູ້ຊົງເອີ້ນຂ້າພະເຈົ້າ ໂດຍພຣະຄຸນຂອງພຣະອົງ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພຣະເຈົ້າເອີ້ນຂ້າພະເຈົ້າ ໃຫ້ຮັບໃຊ້ພຣະອົງເພາະວ່າພຣະອົງມີຄວາມກະລຸນາ" ຫລື 2) "ພຣະອົງເອີ້ນຂ້າພະເຈົ້າ ໂດຍຜ່ານພຣະຄຸນຂອງພຣະອົງ."

ຊົງພໍພຣະທັຍທີ່ຊົງສຳແດງ ພຣະບຸດຂອງພຣະອົງໃນຂ້າພະເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເພື່ອໃຫ້ຂ້າພະເຈົ້າຮູ້ຈັກພຣະບຸດຂອງພຣະອົງ" ຫລື 2) "ສະແດງໂລກໂດຍຜ່ານຂ້າພະເຈົ້າວ່າພຣະເຢຊູແມ່ນພຣະບຸດຂອງພຣະເຈົ້າ."

ພຣະບຸດ

ນີ້ແມ່ນຕຳແຫນ່ງທີ່ສຳຄັນສຳລັບພຣະເຢຊູ, ພຣະບຸດຂອງພຣະເຈົ້າ. (ເບິ່ງ: rc://*/ta/man/translate/guidelines-sonofgodprinciples)

ຂ້າພະເຈົ້າໄດ້ປະກາດຂ່າວປະເສີດ

"ປະກາດວ່າພຣະອົງເປັນພຣະບຸດຂອງພຣະເຈົ້າ" ຫລື "ປະກາດຂ່າວດີກ່ຽວກັບລູກຊາຍຂອງພຣະເຈົ້າ"

ບໍ່ໄດ້ປຶກສາກັນກັບມະນຸດຄົນໃດ

ນີ້ແມ່ນການສະແດງອອກເຊິ່ງຫມາຍຄວາມວ່າເວົ້າກັບຄົນອື່ນ. ແປໄດອີກວ່າ: "ຂໍໃຫ້ປະຊາຊົນຊ່ວຍຂ້າພະເຈົ້າໃຫ້ເຂົ້າໃຈຂໍ້ຄວາມ" (ເບິ່ງ: rc://*/ta/man/translate/figs-idiom)

ຂຶ້ນໄປຍັງນະຄອນເຢຣູຊາເລັມ

"ໄປເຢຣູຊາເລັມ." ເຢຣູຊາເລັມຢູ່ໃນເຂດທີ່ມີເນີນພູສູງ, ເຮັດໃຫ້ມັນຈຳເປັນຕ້ອງໄດ້ປີ້ນພູຫລາຍຫນ່ວຍເພື່ອຈະໄປທີ່ນັ້ນ, ແລະດັ່ງນັ້ນມັນເປັນເລື້ອງທຳມະດາທີ່ຈະພັນລະນາການເດີນທາງໄປເຢຣູຊາເລັມວ່າ "ຂຶ້ນໄປເຢຣູຊາເລັມ."