lo_tn/pro/04/07.md

3.8 KiB

ຂໍ້​ມູນ​ທົ່ວ​ໄປ:

ຜູ້ເປັນພໍ່ໄດ້ສອນລູກໃຫ້ຮູ້ສິ່ງທີ່ພໍ່ສອນ.

ຈົ່ງທຸ້ມເທທັງຫມົດທີ່ເຈົ້າມີ ເພື່ອເຈົ້າຈະໄດ້ຄວາມຮອບຮູ້ໄວ້

"ເຂົ້າໃຈຄຸນຄ່າຫລາຍກວ່າສິ່ງທີ່ເຈົ້າເປັນເຈົ້າຂອງ"

ຈົ່ງຖະຫນອມປັນຍາໄວ້

ນັກຂຽນເວົ້າເຖິງສະຕິປັນຍາຄືກັບວ່າມັນເປັນຜູ້ຍິງ ແລະ ສະຕິປັນຍາໃຫ້ກຽດແກ່ບຸກຄົນຄືກັບວ່າສະຕິປັນຍາໄດ້ຍົກຜູ້ນັ້ນຂຶ້ນສູ່ຕຳແຫນ່ງສູງ. ອາດແປໄດ້ອີກວ່າ: "ຖ້າເຈົ້າທະນຸຖະ ຫນອມສະຕິປັນຍາ, ນາງຈະໃຫ້ກຽດແກ່ເຈົ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metaphor]])

ທະນຸຖະຫນອມ

ຮູ້ສຶກ ຫລື ສະແດງຄວາມຮັກທີ່ຍິ່ງໃຫຍ່ ສຳລັບບາງຄົນ ຫລື ບາງສິ່ງບາງຢ່າງ

ແລ້ວນາງຈະຍົກຍ້ອງເຈົ້າ ເມື່ອເຈົ້າກອດນາງໄວ້

ນັກຂຽນເວົ້າເຖິງສະຕິປັນຍາຄືກັບວ່າມັນແມ່ນຜູ້ຍິງ ແລະ ຄົນທີ່ໃຫ້ຄຸນຄ່າສະຕິປັນຍາຄືກັບວ່າຄົນນັ້ນວາງແຂນຂອງລາວໄວ້. ອາດແປໄດ້ອີກວ່າ: "ຖ້າທ່ານຮັກປັນຍາຢ່າງຫລວງຫລາຍ, ສະຕິປັນຍາຈະເຮັດໃຫ້ຄົນນັບຖືທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metaphor]])

ນາງຈະເອົາພວງມະໄລແຫ່ງກຽດຕິຍົດສວມຫົວຂອງເຈົ້າ

ນັກຂຽນເວົ້າເຖິງກຽດຕິຍົດທີ່ບຸກຄົນໃດຫນຶ່ງ ຈະໄດ້ຮັບຈາກການໄດ້ຮັບສະຕິປັນຍາຄືກັບວ່າສະຕິປັນຍາວາງພວງມາໄລເທິງຫົວຄົນນັ້ນ. ອາດແປໄດ້ອີກວ່າ: "ປັນຍາຈະເປັນຄືກັບພວງມະໄລ ຢູ່ເທິງຫົວຂອງທ່ານທີ່ສະແດງເຖິງກຽດສັກສີຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວງມາໄລ

ວົງແຫວນທີ່ເຮັດດ້ວຍໃບຫລືດອກໄມ້

ນາງຈະໃຫ້ມົງກຸດທີ່ສວຍງາມແກ່ເຈົ້າ

ນັກຂຽນເວົ້າກ່ຽວກັບກຽດຕິຍົດທີ່ບຸກຄົນໃດຫນຶ່ງຈະໄດ້ຮັບຈາກການໄດ້ຮັບສະຕິປັນຍາຄືກັບວ່າສະຕິປັນຍາວາງມົງກຸດໃສ່ຫົວຄົນນັ້ນ. ອາດແປໄດ້ອີກວ່າ: "ປັນຍາຈະເປັນຄືມົງກຸດທີ່ງົດງາມຢູ່ເທິງຫົວຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)