lo_tn/pro/04/07.md

32 lines
3.8 KiB
Markdown
Raw Normal View History

2021-06-16 18:33:21 +00:00
# ຂໍ້​ມູນ​ທົ່ວ​ໄປ:
ຜູ້ເປັນພໍ່ໄດ້ສອນລູກໃຫ້ຮູ້ສິ່ງທີ່ພໍ່ສອນ.
# ຈົ່ງທຸ້ມເທທັງຫມົດທີ່ເຈົ້າມີ ເພື່ອເຈົ້າຈະໄດ້ຄວາມຮອບຮູ້ໄວ້
"ເຂົ້າໃຈຄຸນຄ່າຫລາຍກວ່າສິ່ງທີ່ເຈົ້າເປັນເຈົ້າຂອງ"
# ຈົ່ງຖະຫນອມປັນຍາໄວ້
ນັກຂຽນເວົ້າເຖິງສະຕິປັນຍາຄືກັບວ່າມັນເປັນຜູ້ຍິງ ແລະ ສະຕິປັນຍາໃຫ້ກຽດແກ່ບຸກຄົນຄືກັບວ່າສະຕິປັນຍາໄດ້ຍົກຜູ້ນັ້ນຂຶ້ນສູ່ຕຳແຫນ່ງສູງ. ອາດແປໄດ້ອີກວ່າ: "ຖ້າເຈົ້າທະນຸຖະ ຫນອມສະຕິປັນຍາ, ນາງຈະໃຫ້ກຽດແກ່ເຈົ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-personification]] ແລະ [[rc://*/ta/man/translate/figs-metaphor]])
# ທະນຸຖະຫນອມ
ຮູ້ສຶກ ຫລື ສະແດງຄວາມຮັກທີ່ຍິ່ງໃຫຍ່ ສຳລັບບາງຄົນ ຫລື ບາງສິ່ງບາງຢ່າງ
# ແລ້ວນາງຈະຍົກຍ້ອງເຈົ້າ ເມື່ອເຈົ້າກອດນາງໄວ້
ນັກຂຽນເວົ້າເຖິງສະຕິປັນຍາຄືກັບວ່າມັນແມ່ນຜູ້ຍິງ ແລະ ຄົນທີ່ໃຫ້ຄຸນຄ່າສະຕິປັນຍາຄືກັບວ່າຄົນນັ້ນວາງແຂນຂອງລາວໄວ້. ອາດແປໄດ້ອີກວ່າ: "ຖ້າທ່ານຮັກປັນຍາຢ່າງຫລວງຫລາຍ, ສະຕິປັນຍາຈະເຮັດໃຫ້ຄົນນັບຖືທ່ານ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-personification]] ແລະ [[rc://*/ta/man/translate/figs-metaphor]])
# ນາງຈະເອົາພວງມະໄລແຫ່ງກຽດຕິຍົດສວມຫົວຂອງເຈົ້າ
ນັກຂຽນເວົ້າເຖິງກຽດຕິຍົດທີ່ບຸກຄົນໃດຫນຶ່ງ ຈະໄດ້ຮັບຈາກການໄດ້ຮັບສະຕິປັນຍາຄືກັບວ່າສະຕິປັນຍາວາງພວງມາໄລເທິງຫົວຄົນນັ້ນ. ອາດແປໄດ້ອີກວ່າ: "ປັນຍາຈະເປັນຄືກັບພວງມະໄລ ຢູ່ເທິງຫົວຂອງທ່ານທີ່ສະແດງເຖິງກຽດສັກສີຂອງທ່ານ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ພວງມາໄລ
ວົງແຫວນທີ່ເຮັດດ້ວຍໃບຫລືດອກໄມ້
# ນາງຈະໃຫ້ມົງກຸດທີ່ສວຍງາມແກ່ເຈົ້າ
ນັກຂຽນເວົ້າກ່ຽວກັບກຽດຕິຍົດທີ່ບຸກຄົນໃດຫນຶ່ງຈະໄດ້ຮັບຈາກການໄດ້ຮັບສະຕິປັນຍາຄືກັບວ່າສະຕິປັນຍາວາງມົງກຸດໃສ່ຫົວຄົນນັ້ນ. ອາດແປໄດ້ອີກວ່າ: "ປັນຍາຈະເປັນຄືມົງກຸດທີ່ງົດງາມຢູ່ເທິງຫົວຂອງເຈົ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])