20 lines
2.5 KiB
Markdown
20 lines
2.5 KiB
Markdown
# ບ້ານຂອງນາງດິ່ງລົງສູ່ຄວາມມໍຣະນາ
|
|
|
|
ຄວາມຫມາຍ ທີ່ເປັນໄປໄດ້ແມ່ນ 1) "ການໄປເຮືອນຂອງນາງ ນຳໄປສູ່ຄວາມຕາຍ" ຫລື 2) "ເສັ້ນທາງສູ່ເຮືອນຂອງນາງແມ່ນເສັ້ນທາງແຫ່ງຄວາມຕາຍ".
|
|
|
|
# ຫົນທາງທັງຫລາຍຂອງນາງຈະນຳເຈົ້າໄປ
|
|
|
|
ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເສັ້ນທາງສູ່ເຮືອນຂອງນາງຈະນຳທ່ານໄປ." ນີ້ຫມາຍເຖິງເສັ້ນທາງ ຫລື ເສັ້ນທາງທີ່ນຳໄປສູ່ເຮືອນຂອງນາງ, ຫລື 2) ນີ້ແມ່ນການປຽບທຽບທີ່ເວົ້າເຖິງວິຖີຊີວິດຂອງນາງ ຄືກັບວ່າມັນເປັນເສັ້ນທາງທີ່ນາງຍ່າງໄປ. ອາດແປໄດ້ອີກວ່າ: "ວິຖີຊີວິດຂອງນາງຈະນຳເຈົ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
|
|
|
|
# ຫາຄົນເຫລົ່ານັ້ນໃນຂຸມຝັງສົບ
|
|
|
|
ປະໂຫຍກນີ້ຫມາຍເຖິງວິນຍານຂອງຄົນທີ່ຕາຍແລ້ວ ແລະ ເປັນຄຳອຸປະມາສຳລັບສະຖານທີ່ຂອງຄົນຕາຍ. ອາດແປໄດ້ອີກວ່າ: "ເຖິງບ່ອນຝັງສົບ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])
|
|
|
|
# ເຂົ້າຫານາງ
|
|
|
|
ປະໂຫຍກນີ້ຫມາຍຄວາມວ່າຈະເຂົ້າໄປໃນເຮືອນຂອງນາງເພື່ອນອນກັບນາງ, ຄືກັບຜູ້ຍິງໂສເພນີ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-euphemism]])
|
|
|
|
# ພວກເຂົາຈະບໍ່ພົບວິຖີແຫ່ງຊີວິດ
|
|
|
|
ຄວາມຫມາຍ ທີ່ເປັນໄປໄດ້ແມ່ນ 1) "ພວກເຂົາຈະບໍ່ກັບມາຢູ່ດິນແດນແຫ່ງການດຳລົງຊີວິດ" ຫລື 2) "ພວກເຂົາຈະບໍ່ມີຊີວິດທີ່ມີຄວາມສຸກອີກຕໍ່ໄປ."
|