lo_tn/pro/02/18.md

2.5 KiB

ບ້ານຂອງນາງດິ່ງລົງສູ່ຄວາມມໍຣະນາ

ຄວາມຫມາຍ ທີ່ເປັນໄປໄດ້ແມ່ນ 1) "ການໄປເຮືອນຂອງນາງ ນຳໄປສູ່ຄວາມຕາຍ" ຫລື 2) "ເສັ້ນທາງສູ່ເຮືອນຂອງນາງແມ່ນເສັ້ນທາງແຫ່ງຄວາມຕາຍ".

ຫົນທາງທັງຫລາຍຂອງນາງຈະນຳເຈົ້າໄປ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເສັ້ນທາງສູ່ເຮືອນຂອງນາງຈະນຳທ່ານໄປ." ນີ້ຫມາຍເຖິງເສັ້ນທາງ ຫລື ເສັ້ນທາງທີ່ນຳໄປສູ່ເຮືອນຂອງນາງ, ຫລື 2) ນີ້ແມ່ນການປຽບທຽບທີ່ເວົ້າເຖິງວິຖີຊີວິດຂອງນາງ ຄືກັບວ່າມັນເປັນເສັ້ນທາງທີ່ນາງຍ່າງໄປ. ອາດແປໄດ້ອີກວ່າ: "ວິຖີຊີວິດຂອງນາງຈະນຳເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຫາຄົນເຫລົ່ານັ້ນໃນຂຸມຝັງສົບ

ປະໂຫຍກນີ້ຫມາຍເຖິງວິນຍານຂອງຄົນທີ່ຕາຍແລ້ວ ແລະ ເປັນຄຳອຸປະມາສຳລັບສະຖານທີ່ຂອງຄົນຕາຍ. ອາດແປໄດ້ອີກວ່າ: "ເຖິງບ່ອນຝັງສົບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຂົ້າຫານາງ

ປະໂຫຍກນີ້ຫມາຍຄວາມວ່າຈະເຂົ້າໄປໃນເຮືອນຂອງນາງເພື່ອນອນກັບນາງ, ຄືກັບຜູ້ຍິງໂສເພນີ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ພວກເຂົາຈະບໍ່ພົບວິຖີແຫ່ງຊີວິດ

ຄວາມຫມາຍ ທີ່ເປັນໄປໄດ້ແມ່ນ 1) "ພວກເຂົາຈະບໍ່ກັບມາຢູ່ດິນແດນແຫ່ງການດຳລົງຊີວິດ" ຫລື 2) "ພວກເຂົາຈະບໍ່ມີຊີວິດທີ່ມີຄວາມສຸກອີກຕໍ່ໄປ."