lo_tn/php/04/18.md

3.5 KiB

ຂ້າພະເຈົ້າໄດ້ຮັບຄົບຈຳນວນ

ຄວາມຫມາຍທີ່ເປັນໄປໄດ້ຄື1) ໂປໂລໄດ້ຮັບທຸກສິ່ງທີ່ຊາວຟີລິບປອຍສົ່ງມາໃຫ້ ຫລື 2) ໂປໂລໃຊ້ຄວາມຮູ້ສືກເພື່ອເວົ້າຄຳອຸປະມາທຸລະກິດຂອງທ່ານຈາກ3:8 ແລະເວົ້າວ່າສ່ວນນີ້ຂອງຈົດຫມາຍຄືໃບບິນຮັບເງິນສຳລັບສິ້ນຄ້າທີ່ເອປາໂຟດີໂຕສົ່ງມາໃຫ້.

ຂ້າພະເຈົ້າມີຢ່າງສົມບູນ

ໂປໂລຫມາຍຄວາມວ່າ ຂອງທີ່ມີຫລາຍຢ່າງລົ້ນເຫລືອທີ່ທ່ານຕ້ອງການສຳລັບຕົວເອງ. (ເບິ່ງ: rc://*/ta/man/translate/figs-explicit)

ເປັນຂອງຖວາຍທີ່ມີກິ່ນຫອມຫວານ ແລະເປັນເຄື່ອງບູຊາຊຶ່ງເປັນທີ່ພໍໍພຣະທັຍພຣະເຈົ້າ

ກິ່ນຫອມຫວນ ແລະເປັນເຄື່ອງບູຊາຊຶ່ງເປັນທີພໍພຣະທັຍພຣະເຈົ້າ - ໂປໂລປຽບທຽບຂອງຖວາຍຈາກຄຣິສຕະຈັກໃນເມືອງຟີລິບປອຍເຫມືອນກັບເຄື່ອງຖວາຍບູຊາຕໍ່ພຣະເຈົ້າທີ່ແທ່ນບູຊາ. ໂປໂລສະແດງໃຫ້ເຫັນວ່າສິ່ງຂອງຖວາຍຈາກຄຣິສຕະຈັກເປັນຂອງມີຄ່າຍິ່ງຕໍ່ພຣະເຈົ້າ, ເຫມືອນກັບເຄື່ອງຖວາຍບູຊາທີ່ປະໂລຫິດຈະເຜົາ, ຊຶ່ງສົ່ງກິ່ນເປັນທີ່ພໍພຣະທັຍຂອງພຣະເຈົ້າ. ແປອີກຢ່າງວ່າ: ''ຂ້າພຣະເຈົ້າໃຫ້ຄວາມຫມັ້ນໃຈຕໍ່ທ່ານວ່າຂອງຖວາຍເຫລົ່ານີ້ເປັນທີ່ພໍພຣະທັຍຂອງພຣະເຈົ້າ ເຫມືອນກັບເຄື່ອງບູຊາທີ່ໄດ້ຮັບການຍອມຮັບ" (ເບິ່ງ: rc://*/ta/man/translate/figs-metaphor)

ຈະຊົງເພີ່ມເຕີມສິ່ງທີ່ຂ້າພະເຈົ້າຂາດຢູ່ນັ້ນ

ນີ້ຄືຄຳດຽວກັບທີ່ແປວ່າ ''ໄດ້ເຕີມເຕັມແລັວ'' ໃນຂໍ້ 18. ເປັນສຳນວນຫມາຍຄວາມວ່າ ''ຈະຈັດຕຽມທຸກສິ່ງໃຫ້ທ່ານຕາມທີ່ຕ້ອງການ" (ເບິ່ງ: rc://*/ta/man/translate/figs-idiom)

ຈາກຊັບອັນຮຸ່ງເຮືອງຂອງພຣະອົງ ໃນພຣະເຢຊູຄຣິດ

''ຈາກຄວາມອຸດົມຮຸ່ງເຮືອງທີ່ທ່ານໃຫ້ໂດຍພຣະເຢຊູຄຣິດ''

ບັດນີ້ໂດຍພຣະເຈົ້າຂອງເຮົາ

ຄຳວ່າ ''ບັດນີ້'' ເຮັດເຄື່ອງຫມາຍຂອງຄຳອະທິຖານປິດແລະຈົບຈົດຫມາຍສ່ວນນີ້.