# ຂ້າພະເຈົ້າໄດ້ຮັບຄົບຈຳນວນ ຄວາມຫມາຍທີ່ເປັນໄປໄດ້ຄື1) ໂປໂລໄດ້ຮັບທຸກສິ່ງທີ່ຊາວຟີລິບປອຍສົ່ງມາໃຫ້ ຫລື 2) ໂປໂລໃຊ້ຄວາມຮູ້ສືກເພື່ອເວົ້າຄຳອຸປະມາທຸລະກິດຂອງທ່ານຈາກ3:8 ແລະເວົ້າວ່າສ່ວນນີ້ຂອງຈົດຫມາຍຄືໃບບິນຮັບເງິນສຳລັບສິ້ນຄ້າທີ່ເອປາໂຟດີໂຕສົ່ງມາໃຫ້. # ຂ້າພະເຈົ້າມີຢ່າງສົມບູນ ໂປໂລຫມາຍຄວາມວ່າ ຂອງທີ່ມີຫລາຍຢ່າງລົ້ນເຫລືອທີ່ທ່ານຕ້ອງການສຳລັບຕົວເອງ. (ເບິ່ງ: [[rc://*/ta/man/translate/figs-explicit]]) # ເປັນຂອງຖວາຍທີ່ມີກິ່ນຫອມຫວານ ແລະເປັນເຄື່ອງບູຊາຊຶ່ງເປັນທີ່ພໍໍພຣະທັຍພຣະເຈົ້າ ກິ່ນຫອມຫວນ ແລະເປັນເຄື່ອງບູຊາຊຶ່ງເປັນທີພໍພຣະທັຍພຣະເຈົ້າ - ໂປໂລປຽບທຽບຂອງຖວາຍຈາກຄຣິສຕະຈັກໃນເມືອງຟີລິບປອຍເຫມືອນກັບເຄື່ອງຖວາຍບູຊາຕໍ່ພຣະເຈົ້າທີ່ແທ່ນບູຊາ. ໂປໂລສະແດງໃຫ້ເຫັນວ່າສິ່ງຂອງຖວາຍຈາກຄຣິສຕະຈັກເປັນຂອງມີຄ່າຍິ່ງຕໍ່ພຣະເຈົ້າ, ເຫມືອນກັບເຄື່ອງຖວາຍບູຊາທີ່ປະໂລຫິດຈະເຜົາ, ຊຶ່ງສົ່ງກິ່ນເປັນທີ່ພໍພຣະທັຍຂອງພຣະເຈົ້າ. ແປອີກຢ່າງວ່າ: ''ຂ້າພຣະເຈົ້າໃຫ້ຄວາມຫມັ້ນໃຈຕໍ່ທ່ານວ່າຂອງຖວາຍເຫລົ່ານີ້ເປັນທີ່ພໍພຣະທັຍຂອງພຣະເຈົ້າ ເຫມືອນກັບເຄື່ອງບູຊາທີ່ໄດ້ຮັບການຍອມຮັບ" (ເບິ່ງ: [[rc://*/ta/man/translate/figs-metaphor]]) # ຈະຊົງເພີ່ມເຕີມສິ່ງທີ່ຂ້າພະເຈົ້າຂາດຢູ່ນັ້ນ ນີ້ຄືຄຳດຽວກັບທີ່ແປວ່າ ''ໄດ້ເຕີມເຕັມແລັວ'' ໃນຂໍ້ 18. ເປັນສຳນວນຫມາຍຄວາມວ່າ ''ຈະຈັດຕຽມທຸກສິ່ງໃຫ້ທ່ານຕາມທີ່ຕ້ອງການ" (ເບິ່ງ: [[rc://*/ta/man/translate/figs-idiom]]) # ຈາກຊັບອັນຮຸ່ງເຮືອງຂອງພຣະອົງ ໃນພຣະເຢຊູຄຣິດ ''ຈາກຄວາມອຸດົມຮຸ່ງເຮືອງທີ່ທ່ານໃຫ້ໂດຍພຣະເຢຊູຄຣິດ'' # ບັດນີ້ໂດຍພຣະເຈົ້າຂອງເຮົາ ຄຳວ່າ ''ບັດນີ້'' ເຮັດເຄື່ອງຫມາຍຂອງຄຳອະທິຖານປິດແລະຈົບຈົດຫມາຍສ່ວນນີ້.