lo_tn/php/04/01.md

5.8 KiB

ຄຳເຊື່ອມຕໍ່:

ໂປໂລໄດ້ກ່າວຕໍ່ໄປດ້ວຍຄຳແນະນຳແກ່ຜູ້ເຊື່ອຊາວເມືອງຟີລິບປອຍໃນເລື່ອງປອງດອງແລະໃຫ້ຄຳແນະນຳເພື່ອຊ່ວຍໃຫ້ພວກເຂົາມີຊີວິດສຳຫລັບອົງພຣະຜູ້ເປັນເຈົ້າ.

ຂໍ້ມູນທົ່ວໄປ:

ເມື່ອໂປໂລເວົ້າວ່າ ''ເພື່ອນຮ່ວມແອກທີ່ແທ້ຈິງຂອງຂ້າພະເຈົ້າ,'' ຄຳວ່າ ''ທ່ານ'' ເປັນເອກ. ໂປໂລບໍ່ໄດ້ເວົ້າຊື່ຂອງບຸກຄົນ ທ່ານເອີ້ນເຂົາເພື່ອສະແດງວ່າເຂົາເຮັດງານຮ່ວມກັບໂປໂລໃນການປະກາດຂ່າວປະເສີດ. (ເບິ່ງ: rc://*/ta/man/translate/figs-you)

ເຫດສັນນັ້ນ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າຜູ້ຊຶ່ງຂ້າພະເຈົ້າປາຖະຫນາຢາກພົບພວກທ່ານ

''ເພື່ອນຜູ້ເຊື່ອຂອງຂ້າພະເຈົ້າ, ຂ້າພະເຈົ້າຮັກພວກທ່ານແລະຂ້າພະເຈົ້າປາຖະຫນາຈະພົບພວກທ່ານ''

ພີ່ນ້ອງ

ໃຫ້ແປຄຳນີ້ເຫມືອນກັບທີ່ແປໃນ 1:12.

ຄວາມຊື່ນຊົມຍິນດີແລະມຸງກຸດຂອງຂ້າພະເຈົ້າ

ໂປໂລໃຊ້ຄຳວ່າ ''ຍິນດີ'' ທີ່ຫມາຍຄວາມວ່າຄຣິສຕະຈັກຟີລິບປອຍເປັນເຫດໃຫ້ທ່ານມີຄວາມສຸກ ຄຳວ່າ ''ມົງກຸດ'' ທີ່ເຮັດດ້ວຍໃບໄມ້ ແລະ ຜູ້ຊາຍສວມມັນເທິງຫົວທີ່ເປັນເຄື່ອງຫມາຍກຽດຕິຍົດຫລັງຈາກທີ່ເຂົາໄດ້ໄຊຊະນະໃນເກມສຳຄັນ ໃນທີ່ນີ້ຄຳວ່າ ''ມົງກຸດ'' ຫມາຍຄວາມວ່າຄຣິສຕະຈັກຟີລິບປອຍນຳກຽດຕິຍົດມາໃຫ້ໂປໂລຕໍ່ຫນ້າພຣະເຈົ້າ ແປອີກຢ່າງວ່າ: ''ທ່ານເຮັດໃຫ້ຂ້າພະເຈົ້າຍິນດີເພາະວ່າທ່ານເຊື່ອໃນພຣະເຢຊູ, ແລະທ່ານເປັນລາງວັນແລະກຽດຕິຍົດສຳຫລັບງານຂອງຂ້າພະເຈົ້າ" (ເບິ່ງ: rc://*/ta/man/translate/figs-metonymy)

ໂດຍທາງນີ້ຈົ່ງຕັ້ງຫມັ້ນໃນອົງພຣະຜູ້ເປັນເຈົ້າ, ທ່ານຜູ້ເປັນເພື່ອນທີ່ຮັກຂອງຂ້າພະເຈົ້າ

''ດັ່ງນັ້ນຈົ່ງດຳເນີນຊີວິດໃນອົງພຣະຜູ້ເປັນເຈົ້າ ໃນທາງທີ່ຂ້າພຣະເຈົ້າໄດ້ສອນທ່ານ, ເພື່ອນທີ່ຮັກ''

ຂ້າພະເຈົ້າຂໍຮ້ອງນາງຢູໂອເດຍ, ແລະ ຂໍຮ້ອງນາງຊີນຕີເຂ

ນີ້ຄືຜູ້ຍິງທີ່ເປັນຜູ້ເຊື່ອແລະໄດ້ຊ່ວຍງານຂອງໂປໂລທີ່ຄຣິສຕະຈັກໃນເມືອງຟີລິບປອຍ. ແປອີກຢ່າງວ່າ: ''ຂ້າພະເຈົ້າຂໍຮ້ອງນາງຢູໂອເດຍ ແລະຂ້າພະເຈົ້າຂໍຮ້ອງນາງຊີນຕີເຂ" (ເບິ່ງ: rc://*/ta/man/translate/translate-names)

ໃຫ້ມີຄວາມຄິດແບບດຽວໃນອົງພຣະຜູ້ເປັນເຈົ້າ

ຄຳວະລີ ''ຄວາມຄິດແບບດຽວກັນ'' ຫມາຍຄວາມວ່າການມີທັດສະນະຄະຕິເຫມືອນກັນ ຫລື ຄວາມຄິດເຫມືອນກັນ. ແປອີກຢ່າງວ່າ: ''ເຫັນດ້ວຍກັນເພາະທ່ານທັງສອງເຊື່ອໃນອົງພຣະຜູ້ເປັນເຈົ້າດຽວກັນ" (ເບິ່ງ: rc://*/ta/man/translate/figs-metonymy)

ຂ້າພະເຈົ້າຂໍຮ້ອງທ່ານເຊັ່ນກັນ

ໃນທີ່ນີ້ຄຳວ່າ ''ທ່ານ'' ອ້າງເຖິງ ''ເພື່ອນຮ່ວມແອກ'' ແລະເປັນເເອກ. (ເບິ່ງ: rc://*/ta/man/translate/figs-you)

ເພື່ອນຮ່ວມແອກ

ຄຳອຸປະມານີ້ ມາຈາກການເຮັດຊາວກະສິກອນ ມີສັດສອງຕົວທີ່ຖືກຜູກໃນແອກດຽວ. ແປອີກຢ່າງວ່າ: ''ເພື່ອຮ່ວມງານ" (ເບິ່ງ: rc://*/ta/man/translate/figs-metaphor)

ພ້ອມກັບກະເລເມ

ກະເລເມເປັນຜູ້ຊາຍທີເປັນຜູ້ເຊື່ອ ແລະ ທຳງານໃນຄຣິສຕະຈັກທີ່ເມືອງຟີລິບປອຍ. (ເບິ່ງ: rc://*/ta/man/translate/translate-names)

ຊຶ່ງມີລາຍຊື່ໃນຫນັງສືແຫ່ງຊີວິດ

''ລາຍຊື່ທີ່ພຣະເຈົ້າຊົງບັນທຶກໃນຫນັງສືແຫ່ງຊີວິດ''