lo_tn/php/04/01.md

48 lines
5.8 KiB
Markdown
Raw Normal View History

2021-06-16 18:33:21 +00:00
# ຄຳເຊື່ອມຕໍ່:
ໂປໂລໄດ້ກ່າວຕໍ່ໄປດ້ວຍຄຳແນະນຳແກ່ຜູ້ເຊື່ອຊາວເມືອງຟີລິບປອຍໃນເລື່ອງປອງດອງແລະໃຫ້ຄຳແນະນຳເພື່ອຊ່ວຍໃຫ້ພວກເຂົາມີຊີວິດສຳຫລັບອົງພຣະຜູ້ເປັນເຈົ້າ.
# ຂໍ້ມູນທົ່ວໄປ:
ເມື່ອໂປໂລເວົ້າວ່າ ''ເພື່ອນຮ່ວມແອກທີ່ແທ້ຈິງຂອງຂ້າພະເຈົ້າ,'' ຄຳວ່າ ''ທ່ານ'' ເປັນເອກ. ໂປໂລບໍ່ໄດ້ເວົ້າຊື່ຂອງບຸກຄົນ ທ່ານເອີ້ນເຂົາເພື່ອສະແດງວ່າເຂົາເຮັດງານຮ່ວມກັບໂປໂລໃນການປະກາດຂ່າວປະເສີດ. (ເບິ່ງ: [[rc://*/ta/man/translate/figs-you]])
# ເຫດສັນນັ້ນ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າຜູ້ຊຶ່ງຂ້າພະເຈົ້າປາຖະຫນາຢາກພົບພວກທ່ານ
''ເພື່ອນຜູ້ເຊື່ອຂອງຂ້າພະເຈົ້າ, ຂ້າພະເຈົ້າຮັກພວກທ່ານແລະຂ້າພະເຈົ້າປາຖະຫນາຈະພົບພວກທ່ານ''
# ພີ່ນ້ອງ
ໃຫ້ແປຄຳນີ້ເຫມືອນກັບທີ່ແປໃນ 1:12.
# ຄວາມຊື່ນຊົມຍິນດີແລະມຸງກຸດຂອງຂ້າພະເຈົ້າ
ໂປໂລໃຊ້ຄຳວ່າ ''ຍິນດີ'' ທີ່ຫມາຍຄວາມວ່າຄຣິສຕະຈັກຟີລິບປອຍເປັນເຫດໃຫ້ທ່ານມີຄວາມສຸກ ຄຳວ່າ ''ມົງກຸດ'' ທີ່ເຮັດດ້ວຍໃບໄມ້ ແລະ ຜູ້ຊາຍສວມມັນເທິງຫົວທີ່ເປັນເຄື່ອງຫມາຍກຽດຕິຍົດຫລັງຈາກທີ່ເຂົາໄດ້ໄຊຊະນະໃນເກມສຳຄັນ ໃນທີ່ນີ້ຄຳວ່າ ''ມົງກຸດ'' ຫມາຍຄວາມວ່າຄຣິສຕະຈັກຟີລິບປອຍນຳກຽດຕິຍົດມາໃຫ້ໂປໂລຕໍ່ຫນ້າພຣະເຈົ້າ ແປອີກຢ່າງວ່າ: ''ທ່ານເຮັດໃຫ້ຂ້າພະເຈົ້າຍິນດີເພາະວ່າທ່ານເຊື່ອໃນພຣະເຢຊູ, ແລະທ່ານເປັນລາງວັນແລະກຽດຕິຍົດສຳຫລັບງານຂອງຂ້າພະເຈົ້າ" (ເບິ່ງ: [[rc://*/ta/man/translate/figs-metonymy]])
# ໂດຍທາງນີ້ຈົ່ງຕັ້ງຫມັ້ນໃນອົງພຣະຜູ້ເປັນເຈົ້າ, ທ່ານຜູ້ເປັນເພື່ອນທີ່ຮັກຂອງຂ້າພະເຈົ້າ
''ດັ່ງນັ້ນຈົ່ງດຳເນີນຊີວິດໃນອົງພຣະຜູ້ເປັນເຈົ້າ ໃນທາງທີ່ຂ້າພຣະເຈົ້າໄດ້ສອນທ່ານ, ເພື່ອນທີ່ຮັກ''
# ຂ້າພະເຈົ້າຂໍຮ້ອງນາງຢູໂອເດຍ, ແລະ ຂໍຮ້ອງນາງຊີນຕີເຂ
ນີ້ຄືຜູ້ຍິງທີ່ເປັນຜູ້ເຊື່ອແລະໄດ້ຊ່ວຍງານຂອງໂປໂລທີ່ຄຣິສຕະຈັກໃນເມືອງຟີລິບປອຍ. ແປອີກຢ່າງວ່າ: ''ຂ້າພະເຈົ້າຂໍຮ້ອງນາງຢູໂອເດຍ ແລະຂ້າພະເຈົ້າຂໍຮ້ອງນາງຊີນຕີເຂ" (ເບິ່ງ: [[rc://*/ta/man/translate/translate-names]])
# ໃຫ້ມີຄວາມຄິດແບບດຽວໃນອົງພຣະຜູ້ເປັນເຈົ້າ
ຄຳວະລີ ''ຄວາມຄິດແບບດຽວກັນ'' ຫມາຍຄວາມວ່າການມີທັດສະນະຄະຕິເຫມືອນກັນ ຫລື ຄວາມຄິດເຫມືອນກັນ. ແປອີກຢ່າງວ່າ: ''ເຫັນດ້ວຍກັນເພາະທ່ານທັງສອງເຊື່ອໃນອົງພຣະຜູ້ເປັນເຈົ້າດຽວກັນ" (ເບິ່ງ: [[rc://*/ta/man/translate/figs-metonymy]])
# ຂ້າພະເຈົ້າຂໍຮ້ອງທ່ານເຊັ່ນກັນ
ໃນທີ່ນີ້ຄຳວ່າ ''ທ່ານ'' ອ້າງເຖິງ ''ເພື່ອນຮ່ວມແອກ'' ແລະເປັນເເອກ. (ເບິ່ງ: [[rc://*/ta/man/translate/figs-you]])
# ເພື່ອນຮ່ວມແອກ
ຄຳອຸປະມານີ້ ມາຈາກການເຮັດຊາວກະສິກອນ ມີສັດສອງຕົວທີ່ຖືກຜູກໃນແອກດຽວ. ແປອີກຢ່າງວ່າ: ''ເພື່ອຮ່ວມງານ" (ເບິ່ງ: [[rc://*/ta/man/translate/figs-metaphor]])
# ພ້ອມກັບກະເລເມ
ກະເລເມເປັນຜູ້ຊາຍທີເປັນຜູ້ເຊື່ອ ແລະ ທຳງານໃນຄຣິສຕະຈັກທີ່ເມືອງຟີລິບປອຍ. (ເບິ່ງ: [[rc://*/ta/man/translate/translate-names]])
# ຊຶ່ງມີລາຍຊື່ໃນຫນັງສືແຫ່ງຊີວິດ
''ລາຍຊື່ທີ່ພຣະເຈົ້າຊົງບັນທຶກໃນຫນັງສືແຫ່ງຊີວິດ''