lo_tn/php/03/20.md

2.1 KiB

ຂໍ້ມູນທົ່ວໄປ:

ໂດຍທີ່ໂປໂລໃຊ້ຄຳວ່າ ''ຂອງເຮົາ'' ແລະ ''ເຮົາ'' ໃນທີ່ນີ້, ທ່ານລວມຕົວທ່ານເອງແລະຜູ້ເຊື່ອໃນເມືອງຟີລິບປອຍ. (ເບິ່ງ: rc://*/ta/man/translate/figs-inclusive)

ແຕ່ບ້ານເມືອງຂອງເຮົາຢູ່ໃນສະຫວັນ

ຄວາມຫມາຍທີ່ເປັນໄປໄດ້ຄື 1)''ເຮົາເປັນພົນລະເມືອງຂອງສະຫວັນ" ຫລື 2) "ແຜ່ນດິນຂອງເຮົາຢູ່ທີ່ສະຫວັນ ຫລື 3)''ບ້ານທີ່ແທ້ຈິງຂອງເຮົາຢູ່ໃນສະຫວັນ.''

ພຣະອົງຈະຊົງປ່ຽນຮ່າງກາຍອັນຕໍ່າຕ້ອຍຂອງເຮົາ

''ພຣະອົງຈະຊົງປຽ່ນຄວາມອ່ອນແອຂອງເຮົາ, ຮ່າງກາຍຝ່າຍໂລກ''

ໃຫ້ເປັນເຫມືອນພຣະກາຍອັນຊົງສະຫງ່າຣາສີຂອງພຣະອົງ

''ໃຫ້ເປັນຮ່າງກາຍທີ່ເຫມືອນພຣະກາຍອັນຊົງສະຫງ່າຣາສີຂອງພຣະອົງ''

ພຣະກາຍ,ດ້ວຍຣິດທານຸພາບຂອງພຣະອົງທີ່ສາມາດປາບສັບພະທຸກສິ່ງທັງປວງ ໃຫ້ລົງຢູ່ໃຕ້ອຳນາດຂອງພຣະອົງ

ນີ້ສາມາດເວົ້າໃນຮູບແບບການປະກອບໄດ້. ແປອີກຢ່າງວ່າ: ''ພຣະກາຍ,ພຣະອົງຈະຊົງປ່ຽນຮ່າງກາຍຂອງເຮົາດ້ວຍຣິດທານຸພາບທີ່ພຣະອົງຊົງໃຊ້ໃນການປາບທຸກສິ່ງລົງຢູ່ໃຕ້ອຳນາດຂອງພຣະອົງ" (ເບິ່ງ: rc://*/ta/man/translate/figs-activepassive)