# ຂໍ້ມູນທົ່ວໄປ: ໂດຍທີ່ໂປໂລໃຊ້ຄຳວ່າ ''ຂອງເຮົາ'' ແລະ ''ເຮົາ'' ໃນທີ່ນີ້, ທ່ານລວມຕົວທ່ານເອງແລະຜູ້ເຊື່ອໃນເມືອງຟີລິບປອຍ. (ເບິ່ງ: [[rc://*/ta/man/translate/figs-inclusive]]) # ແຕ່ບ້ານເມືອງຂອງເຮົາຢູ່ໃນສະຫວັນ ຄວາມຫມາຍທີ່ເປັນໄປໄດ້ຄື 1)''ເຮົາເປັນພົນລະເມືອງຂອງສະຫວັນ" ຫລື 2) "ແຜ່ນດິນຂອງເຮົາຢູ່ທີ່ສະຫວັນ ຫລື 3)''ບ້ານທີ່ແທ້ຈິງຂອງເຮົາຢູ່ໃນສະຫວັນ.'' # ພຣະອົງຈະຊົງປ່ຽນຮ່າງກາຍອັນຕໍ່າຕ້ອຍຂອງເຮົາ ''ພຣະອົງຈະຊົງປຽ່ນຄວາມອ່ອນແອຂອງເຮົາ, ຮ່າງກາຍຝ່າຍໂລກ'' # ໃຫ້ເປັນເຫມືອນພຣະກາຍອັນຊົງສະຫງ່າຣາສີຂອງພຣະອົງ ''ໃຫ້ເປັນຮ່າງກາຍທີ່ເຫມືອນພຣະກາຍອັນຊົງສະຫງ່າຣາສີຂອງພຣະອົງ'' # ພຣະກາຍ,ດ້ວຍຣິດທານຸພາບຂອງພຣະອົງທີ່ສາມາດປາບສັບພະທຸກສິ່ງທັງປວງ ໃຫ້ລົງຢູ່ໃຕ້ອຳນາດຂອງພຣະອົງ ນີ້ສາມາດເວົ້າໃນຮູບແບບການປະກອບໄດ້. ແປອີກຢ່າງວ່າ: ''ພຣະກາຍ,ພຣະອົງຈະຊົງປ່ຽນຮ່າງກາຍຂອງເຮົາດ້ວຍຣິດທານຸພາບທີ່ພຣະອົງຊົງໃຊ້ໃນການປາບທຸກສິ່ງລົງຢູ່ໃຕ້ອຳນາດຂອງພຣະອົງ" (ເບິ່ງ: [[rc://*/ta/man/translate/figs-activepassive]])