lo_tn/php/01/18.md

3.4 KiB

ຖ້າຢ່າງນັ້ນແລັວຈະເປັນປະການໃດ?

ໂປໂລໃຊ້ຄຳຖາມນີ້ ເພື່ອບອກວ່າທ່ານຮູ້ສຶກຢ່າງໃດກຽວກັບສະຖານະການທີ່ເຂົາຂຽນໃນ1:15. ຄວາມຫມາຍທີ່ເປັນໄປໄດ້ຄື 1)ນີ້ເປັນສຳນວນທີ່ແປວ່າ ''ມັນບໍ່ສຳຄັນ.'' ຫລື 2) ຄຳວ່າ ''ເຮົາຈະຄິດເຖິງເລື່ອງນີ້'' ເປັນທີ່ຈະເຂົ້າໃຈກັນວ່າເປັນສ່ວນຫນຶ່ງຂອງຄຳຖາມ. ແປອີກຢ່າງວ່າ: ''ແລັວເຮົາຈະຄິດຢ່າງໃດກັບສິ່ງນີ້'' ຫລື ''ນີ້ຄືສິ່ງທີ່ເຮົາຄິດກຽ່ວກັບສິ່ງນີ້'' (ເບິ່ງ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-ellipsis]])

ພຽງແຕ່ວ່າໃນທຸກວິທີທາງ,ຫລືຈິງໃຈກໍ່ດີ, ແຕ່ເຂົາກໍ່ຍັງປະກາດເລື່ອງພຣະຄຣິດ

''ຕາບເທົ່າທີ່ປະຊາຊົນສັ່ງສອນກຽ່ວກັບພຣະຄຣິດ, ມັນບໍ່ສຳຄັນວ່າພວກເຂົາເຮັດເພື່ອເຫດຜົນທີ່ດີ ຫລືເຫດຜົນທີ່ບໍ່ດີ''

ຂ້າພະເຈົ້າມີຄວາມຊື່ນຊົມຍິນດີ

''ຂ້າພະເຈົ້າມີຄວາມສຸກເພາະວ່າປະຊາຊົນໄດ້ປະກາດກຽ່ວກັບພຣະເຢຊູ''

ຂ້າພະເຈົ້າກໍ່ຈະຍິນດີ

''ຂ້າພະເຈົ້າຈະສະຫລອງ'' ຫລື ''ຂ້າພຣະເຈົ້າຈະດີໃຈ''

ສິ່ງເຫລົ່ານີ້ຈະປົດປ່ອຍເຮົາ ໃຫ້ເປັນອິສະຫລະ

''ພຣະເຈົ້າປົດປ່ອຍຂ້າພະເຈົ້າອອກຈາກຄຸກ''

ໃນການປົດປ່ອຍຂອງຂ້າພະເຈົ້າ

ຄວາມຫມາຍທີ່ແນ່ນອນຂອງການ ''ປົດປ່ອຍ,'' ສິ່ງທີ່ພຣະເຈົ້າຈະຊ່ວຍໃຫ້ພົ້ນຈາກ ບໍ່ຊັດເຈນ. ຄວາມຫມາຍທີ່ເປັນໄປໄດ້ຄື1) ໂປໂລຫມາຍເຖິງການໄດ້ຮັບຄວາມຊ່ວຍເຫລືອຈາກສະຖານະການທີ່ໂຫດຮ້າຍ ຫລື 2) ໂປໂລຫມາຍເຖິງການຖືກປອ່ຍຕົວໃຫ້ເປັນອິສະຫລະຈາກຄຸກ.

ເພາະຄຳອະທິຖານຂອງພວກທ່ານ ແລະເພາະການຊ່ວຍເຫລືອຂອງພຣະວິນຍານຂອງພຣະເຢຊູຄຣິດ

''ເພາະພວກທ່ານກຳລັງອະທິຖານແລະພຣະວິນຍານຂອງພຣະເຢຊູຄຣິດກຳລັງຊ່ວຍເຫລືອຂ້າພະເຈົ້າ''

ພຣະວິນຍານຂອງພຣະເຢຊູຄຣິດ

''ພຣະວິນຍານບໍຣິສຸດ''