lo_tn/php/01/18.md

32 lines
3.4 KiB
Markdown
Raw Normal View History

2021-06-16 18:33:21 +00:00
# ຖ້າຢ່າງນັ້ນແລັວຈະເປັນປະການໃດ?
ໂປໂລໃຊ້ຄຳຖາມນີ້ ເພື່ອບອກວ່າທ່ານຮູ້ສຶກຢ່າງໃດກຽວກັບສະຖານະການທີ່ເຂົາຂຽນໃນ1:15. ຄວາມຫມາຍທີ່ເປັນໄປໄດ້ຄື 1)ນີ້ເປັນສຳນວນທີ່ແປວ່າ ''ມັນບໍ່ສຳຄັນ.'' ຫລື 2) ຄຳວ່າ ''ເຮົາຈະຄິດເຖິງເລື່ອງນີ້'' ເປັນທີ່ຈະເຂົ້າໃຈກັນວ່າເປັນສ່ວນຫນຶ່ງຂອງຄຳຖາມ. ແປອີກຢ່າງວ່າ: ''ແລັວເຮົາຈະຄິດຢ່າງໃດກັບສິ່ງນີ້'' ຫລື ''ນີ້ຄືສິ່ງທີ່ເຮົາຄິດກຽ່ວກັບສິ່ງນີ້'' (ເບິ່ງ: [[rc://*/ta/man/translate/figs-rquestion]] ແລະ [[rc://*/ta/man/translate/figs-ellipsis]])
# ພຽງແຕ່ວ່າໃນທຸກວິທີທາງ,ຫລືຈິງໃຈກໍ່ດີ, ແຕ່ເຂົາກໍ່ຍັງປະກາດເລື່ອງພຣະຄຣິດ
''ຕາບເທົ່າທີ່ປະຊາຊົນສັ່ງສອນກຽ່ວກັບພຣະຄຣິດ, ມັນບໍ່ສຳຄັນວ່າພວກເຂົາເຮັດເພື່ອເຫດຜົນທີ່ດີ ຫລືເຫດຜົນທີ່ບໍ່ດີ''
# ຂ້າພະເຈົ້າມີຄວາມຊື່ນຊົມຍິນດີ
''ຂ້າພະເຈົ້າມີຄວາມສຸກເພາະວ່າປະຊາຊົນໄດ້ປະກາດກຽ່ວກັບພຣະເຢຊູ''
# ຂ້າພະເຈົ້າກໍ່ຈະຍິນດີ
''ຂ້າພະເຈົ້າຈະສະຫລອງ'' ຫລື ''ຂ້າພຣະເຈົ້າຈະດີໃຈ''
# ສິ່ງເຫລົ່ານີ້ຈະປົດປ່ອຍເຮົາ ໃຫ້ເປັນອິສະຫລະ
''ພຣະເຈົ້າປົດປ່ອຍຂ້າພະເຈົ້າອອກຈາກຄຸກ''
# ໃນການປົດປ່ອຍຂອງຂ້າພະເຈົ້າ
ຄວາມຫມາຍທີ່ແນ່ນອນຂອງການ ''ປົດປ່ອຍ,'' ສິ່ງທີ່ພຣະເຈົ້າຈະຊ່ວຍໃຫ້ພົ້ນຈາກ ບໍ່ຊັດເຈນ. ຄວາມຫມາຍທີ່ເປັນໄປໄດ້ຄື1) ໂປໂລຫມາຍເຖິງການໄດ້ຮັບຄວາມຊ່ວຍເຫລືອຈາກສະຖານະການທີ່ໂຫດຮ້າຍ ຫລື 2) ໂປໂລຫມາຍເຖິງການຖືກປອ່ຍຕົວໃຫ້ເປັນອິສະຫລະຈາກຄຸກ.
# ເພາະຄຳອະທິຖານຂອງພວກທ່ານ ແລະເພາະການຊ່ວຍເຫລືອຂອງພຣະວິນຍານຂອງພຣະເຢຊູຄຣິດ
''ເພາະພວກທ່ານກຳລັງອະທິຖານແລະພຣະວິນຍານຂອງພຣະເຢຊູຄຣິດກຳລັງຊ່ວຍເຫລືອຂ້າພະເຈົ້າ''
# ພຣະວິນຍານຂອງພຣະເຢຊູຄຣິດ
''ພຣະວິນຍານບໍຣິສຸດ''