lo_tn/php/01/12.md

4.8 KiB

ຂໍ້ມູນທົ່ວໄປ:

ໂປໂລກ່າວເຖິງສອງສິ່ງທີ່ເກີດຂຶ້ນເພາະ ''ການແຜ່ຂະຫຍາຍຂອງຂ່າວປະເສີດ'' ປະຊາຊົນເປັນຈຳນວນຫລາຍພາຍໃນແລະພາຍນອກພຣະຣາຊະວັງໄດ້ຮູ້ວ່າເປັນຫຍັງທ່ານຈຶ່ງຖືກຂັງຄຸກ,ແລະຄຣິສະຕຽນຄົນອື່ນໆ ກໍ່ບໍ່ຢ້ານອີກຕໍ່ໄປທີ່ຈະປະກາດຂ່າວປະເສິດ.

ບັດນີ້ຂ້າພະເຈົ້າຢາກໃຫ້

ໃນທີ່ນີ້ຄຳວ່າ ''ບັດນີ້'' ໃຊ້ເພື່ອແບ່ງສ່ວນຈົດຫມາຍ.

ພີ່ນ້ອງທັງຫລາຍ

ໃນທີນີ້ຫມາຍຄວາມວ່າເພື່ອນຄຣິສະຕຽນລວມທັງຊາຍແລະຍິງເພາະຜູ້ເຊື່ອໃນພຣະຄຣິດທຸກຄົນລ້ວນແຕ່ເປັນສະມາຊິກຂອງຄອບຄົວ,ແຫ່ງຈິດວິນຍານດຽວກັນ ໃນພຣະເຈົ້າໃນຖານະພຣະບິດາແຫ່ງສະຫວັນ.

ສິ່ງທີ່ໄດ້ເກີດຂຶ້ນກັບຂ້າພະເຈົ້າ

ໂປໂລເວົ້າເຖິງເວລາທີ່ທ່ານຢູ່ໃນຄຸກ. ແປອີກຢ່າງວ່າ: ''ນັ້ນສິ່ງທີ່ຂ້າພະເຈົ້າທົນທຸກເພາະວ່າຂ້າພະເຈົ້າຖືກຈ່ອງຈຳໃນຄຸກເພາະວ່າຂ່າວປະເສີດເລື່ອງພຣະເຢຊູ'' ( rc://*/ta/man/translate/figs-explicit)

ເຮັດໃຫ້ຂ່າວປະເສີດແຜ່ຂະຫຍາຍອອກໄປຢ່າງຫລວງຫລາຍ

''ເປັນເຫດເຮັດໃຫ້ປະຊາຊົນມາເຊື່ອໃນພຣະເຢຊູຄຣິດເພີ່ມຫລາຍຂຶ້ນ''

ເຮົາຖືກຄຸກຢູ່ນີ້ຍອ້ນເປັນຜູ້ຮັບໃຊ້ຂອງພຣະຄຣິດ ເປັນທີ່ຮູ້ຈັກກັນ ທົ່ວທຸກຄົນ

ໂສ້ໃນພຣະຄຣິດ ເປັນຄຳເວົ້າເຖິງ ຄວາມຫມາຍທີ່ຢູ່ໃນຄຸກເພື່ອເຫັນແກ່ພຣະຄຣິດ ''ມາເຖິງແສງແຈ້ງ'' ເປັນຄຳປຽບທຽບ ກາຍເປັນທີ່ຮູ້ຈັກກັນ. ແປອີກຢ່າງວ່າ: ''ພວກທະຫານທີ່ພະຣາຊະວັງ ແລະປະຊາຊົນອີກຫລາຍຄົນໃນກຸງໂຣມຮູ້ວ່າຂ້າພະເຈົ້າບອກໃຫ້ຄົນອື່ນໆຮູ້ກ່ຽວກັບພຣະຄຣິດ'' (ເບິ່ງ: rc://*/ta/man/translate/figs-activepassive)

ການຖືກຈ່ອງຈຳໃນພຣະຄຣິດມາເຖິງຈຸດຈົບ... ຍາມ... ກັບຄົນອື່ນ

ສາມາດລະບຸໄດ້ໃນຮູບແບບທີ່ໃຊ້ງານ ແປອີກຢ່າງວ່າ: ''ທະຫານອົງຄະລັກ ແລະ ຄົນອື່ນໆ ອີກຫລາຍຄົນໃນກຣຸງໂຣມຮູ້ວ່າຂ້າພະເຈົ້າຕົກຢູ່ໃນຫວ້ງແຫ່ງພຣະຄຣິດ'' (ເບິ່ງ: rc://*/ta/man/translate/figs-activepassive)

ການຈ່ອງຈຳຂອງຂ້າພະເຈົ້າໃນພຣະຄຣິດ

ໃນທີ່ນີ້ໂປໂລໃຊ້ຄຳບົດບາດ ''ໃນ'' ເພື່ອຫມາຍເຖິງ ''ເພື່ອປະໂຫຍດຂອງ.'' ແປອີກຢ່າງວ່າ: ''ການຈ່ອງຈຳຂອງຂ້າພະເຈົ້າເພື່ອປະໂຫຍດຂອງພຣະຄຣິດ'' ຫລື ''ການຈອງຈຳຂອງຂ້າພະເຈົ້າເພາະຂ້າພະເຈົ້າໄດ້ສອນຄົນກຽ່ວກັບພຣະຄຣິດ''

ໂສ້ຂອງຂ້າພະເຈົ້າ

ໃນທີ່ນີ້ '' ໂສ້ '' ເປັນຄຳໃນສຳລັບຄຳວ່າຖືກຈ່ອງຈຳ ແປອີກຢ່າງວ່າ: ''ການຖືກຈ່ອງຈຳຂອງຂ້າພະເຈົ້າ" (ເບິ່ງ: rc://*/ta/man/translate/figs-metonymy)

ພວກທະຫານພະຣາຊະວັງ

ນີ້ເປັນກອງທະຫານທີ່ມີຫນ້າທີ່ປົກປ້ອງຈັກກະພັດແຫ່ງໂຣມ