lo_tn/lam/04/12.md

2.0 KiB

ບໍ່ມີກະສັດອົງໃດເຊື່ອ, ຫລືບໍ່ມີຜູ້ໃດຢູ່ອາໄສໃດໆທົ່ວໂລກນີ້ເຊື່ອ

"ບໍ່ມີໃຜຢູ່ບ່ອນໃດເຊື່ອ" (ເບິ່ງ: rc://*/ta/man/translate/figs-merism)

ບັນດາສັດຕຣູ ຫລື ບັນດາຄູ່ແຂ່ງ

ສອງຄຳສັບນີ້ມີຄວາມຫມາຍຄືກັນ ແລະ ເນັ້ນວ່າຜູ້ທີ່ົຢາກຈະທຳລາຍແກ່ເຢຣູຊາເລັມ. ອາດແປໄດ້ອີກວ່າ: "ສັດຕຣູທຸກຮູບແບບ" (ເບິ່ງ: rc://*/ta/man/translate/figs-doublet)

ຄວາມບາບທັງຫລາຍຂອງບັນດາຜູ້ທຳນວາຍຂອງນາງ ແລະ ຄວາມຊົ່ວຮ້າຍຂອງເຫລົ່າປະໂລຫິດ

ສອງຢ່າງນີ້ມີຄວາມຫມາຍຢ່າງດຽວກັນ ແລະເນັ້ນເຖິງວ່າ ຜູ້ນຳຝ່າຍວິນຍານເຫລົ່າຕ້ອງຮັບຜິດຊອບຢ່າງໃຫຍ່ຫລວງ ຕໍ່ການຫລົ້ມຈົມຂອງເຢຣູຊາເລັມ. ອາດແປໄດ້ອີກວ່າ: "ຄວາມບາບທີ່ຮ້າຍແຮງຂອງບັນດາຜູ້ທຳນວາຍຂອງນາງ ແລະ ບັນດາປະໂລຫິດຂອງນາງ" (ເບີ່ງ: rc://*/ta/man/translate/figs-parallelism)

ຊຶ່ງເຮັດໃຫ້ເລືອດຂອງຄົນຊອບທັມໄຫລນອງ

ທັງສອງຄືບັນດາປະໂລຫິດ ແລະ ບັນດາຜູ້ທຳນວາຍມີຄວາມຜິດຂ້າຄົນ. ອາດແປໄດ້ອີກວ່າ: "ຜູ້ທີ່ໄດ້ຂ້າຄົນຊອບທັມ" (ເບິ່ງ: rc://*/ta/man/translate/figs-metonymy)