lo_tn/lam/04/07.md

2.5 KiB

ບັນດາຜູ້ນຳຂອງນາງຂາວຍິ່ງກວ່າຫິມະ, ຂາວຍິ່ງກວ່ານໍ້ານົມ

ຄວາມຫມາຍທີ່ອາດເປັນໄປໄດ້; 1) ບັນດາຜູ້ນຳຂອງພວກເຮົາທີ່ມີຄວາມງາມເປັນພິເສດເມື່ອໄດ້ເບິ່ງ" ເພາະວ່າພວກເຂົາມີກາຍະພາບທີ່ແຂງແຮງດີ ຫລື 2) ປະຊາຊົນຮັກບັນດາຜູ້ນຳຂອງພວກເຂົາ ເພາະວ່າບັນດາຜູ້ນໍາຕາມປົກກະຕິແລ້ວຂາວບໍຣິສຸດ ເຫມືອນກັບຫິມະໃຫມ່ ແລະ ນໍ້ານົມຂາວບໍຣິສຸດ. (ເບິ່ງ: rc://*/ta/man/translate/figs-metaphor)

ບັນດາຜູ້ນຳຂອງນາງ

ຜູ້ນຳແຫ່ງເຢຣູຊາເລັມ

ສົດໃສ

ເບິ່ງມີສຸຂະພາບແຂງແຮງ

ທັບທິມ

ຫີນທີແຂງສີແດງທີ່ມາຈາກມະຫາສະຫມຸດໃຊ້ເປັນເຄື່ອງປະດັບ

ອັນຍະມະນີ

ຫີນສີຟ້າທີ່ມີຣາຄາແພງໃຊ້ເປັນເຄື່ອງປະດັບ

ຜີວພັນຂອງພວກເຂົາດຳຄໍ້າຍິ່ງກວ່າຂີ້ຄວັນໄຟ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ວ່າແສງແດດໄດ້ເຮັດໃຫ້ຜີວພັນຂອງບັນດາຜູ້ນຳດຳຄໍ້າ ຫລື 2) ວ່າຄວັນໄຟຈາກເຕົາໄຟໄດ້ເຜົາໃຫມ້ນະຄອນເຢຣູຊາເລັມ ຊຶ່ງໄດ້ປົກຄຸມໃບຫນ້າຂອງພວກເຂົາ.

ພວກເຂົາຈື່ຕົນເອງບໍ່ໄດ້

ອາດແປໄດ້ອີກວ່າ: "ບໍ່ໃຜທີ່ສາມາດຈື່ພວກເຂົາໄດ້" (ເບິ່ງ: rc://*/ta/man/translate/figs-activepassive)

ມັນຈ່ອຍຜອມຫລາຍຈົນຫນັງຕິດກະດູກ

ເພາະວ່າພວກເຂົາບໍ່ມີອາຫານ ແລະ ນໍ້າກິນທີ່ບໍ່ພຽງພໍ (ເບິ່ງ: rc://*/ta/man/translate/figs-explicit)