lo_tn/lam/03/40.md

1.8 KiB

ໃຫ້ພວກເຮົາຊູໃຈ ແລະ ຍົກມືຂອງພວກເຮົາຂຶ້ນ

ເປັນທຳນຽມຂອງອິສະຣາເອນທີ່ຈະຍົກມືຂອງພວກເຂົາເມື່ອພວກເຂົາອະທິຖານຕໍ່ພຣະເຈົ້າ. ອາດແປໄດ້ອີກວ່າ: "ໃຫ້ພວກເຮົາອະທິຖານດ້ວຍໃຈຈິງ ພ້ອມກັບຍົກມືຂອງພວກເຮົາຂຶ້ນ" (ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ພວກຂ້ານ້ອຍທັງຫລາຍໄດ້ເຮັດບາບ ແລະ ໄດ້ກະບົດ

ຄຳວ່າ "ເຮັດບາບ" ແລະ "ກະບົດ" ແມ່ນມີຄວາມຫມາຍຄ້າຍໆກັນ. ພ້ອມກັນພວກເຂົາລະບຸການເຮັດບາບ ເຫມືອນກັນກັບການກະບົດຕໍ່ຕ້ານພຣະຢາເວ. (ເບິ່ງ: rc://*/ta/man/translate/figs-doublet)

ພຣະອົງໄດ້ຊົງປົກຄຸມພຣະອົງເອງໄວ້ ດ້ວຍຄວາມໂກດຮ້າຍຂອງພຣະອົງ

ຄຳວ່າຄວາມໂກດຮ້າຍ ປຽບເຫມືອນກັບເຄື່ອງນຸ່ງທີ່ພຣະເຈົ້າສວມໃສ່. ເຮັບເຣີເວົ້າຄວາມຮູ້ສືກເປັນປະຈຳວ່າພວກເຂົາເຫມືອນກັບເຄື່ອງນຸ່ງ. ອາດແປໄດ້ອີກວ່າ: "ພຣະອົງໃຈຮ້າຍ." (ເບິ່ງ: rc://*/ta/man/translate/figs-metaphor)