# ໃຫ້ພວກເຮົາຊູໃຈ ແລະ ຍົກມືຂອງພວກເຮົາຂຶ້ນ ເປັນທຳນຽມຂອງອິສະຣາເອນທີ່ຈະຍົກມືຂອງພວກເຂົາເມື່ອພວກເຂົາອະທິຖານຕໍ່ພຣະເຈົ້າ. ອາດແປໄດ້ອີກວ່າ: "ໃຫ້ພວກເຮົາອະທິຖານດ້ວຍໃຈຈິງ ພ້ອມກັບຍົກມືຂອງພວກເຮົາຂຶ້ນ" (ເບິ່ງ: [[rc://*/ta/man/translate/figs-metaphor]] ແລະ [[rc://*/ta/man/translate/figs-metonymy]]) # ພວກຂ້ານ້ອຍທັງຫລາຍໄດ້ເຮັດບາບ ແລະ ໄດ້ກະບົດ ຄຳວ່າ "ເຮັດບາບ" ແລະ "ກະບົດ" ແມ່ນມີຄວາມຫມາຍຄ້າຍໆກັນ. ພ້ອມກັນພວກເຂົາລະບຸການເຮັດບາບ ເຫມືອນກັນກັບການກະບົດຕໍ່ຕ້ານພຣະຢາເວ. (ເບິ່ງ: [[rc://*/ta/man/translate/figs-doublet]]) # ພຣະອົງໄດ້ຊົງປົກຄຸມພຣະອົງເອງໄວ້ ດ້ວຍຄວາມໂກດຮ້າຍຂອງພຣະອົງ ຄຳວ່າຄວາມໂກດຮ້າຍ ປຽບເຫມືອນກັບເຄື່ອງນຸ່ງທີ່ພຣະເຈົ້າສວມໃສ່. ເຮັບເຣີເວົ້າຄວາມຮູ້ສືກເປັນປະຈຳວ່າພວກເຂົາເຫມືອນກັບເຄື່ອງນຸ່ງ. ອາດແປໄດ້ອີກວ່າ: "ພຣະອົງໃຈຮ້າຍ." (ເບິ່ງ: [[rc://*/ta/man/translate/figs-metaphor]])