lo_tn/lam/01/11.md

3.9 KiB

ປະຊາຊົນຂອງນາງ

ຄຳວ່າ "ນາງ" ຫມາຍເຖິງເຖິງເຢຣູຊາເລັມ ຜູ້ທີ່ຖືກບັນຍາຍວ່ານາງເປັນຍິງຄົນຫນຶ່ງ. ອາດແປໄດ້ອີກວ່າ: "ໄພ່ພົນຂອງນາງ" ຫລື "ປະຊາຊົນຂອງເມືອງ" (ເບິ່ງ: rc://*/ta/man/translate/figs-personification)

ຂອງລໍ້າຄ່າ

"ຄວາມຮັ່ງມີ"

ເພື່ອກອບກູ້ຊີວິດຂອງພວກເຂົາ

ອາດແປໄດ້ອີກວ່າ: "ເພື່ອຊ່ວຍຊີວິດຂອງພວກເຂົາ" ຫລື "ເພື່ອຟື້ນຟູກຳລັງຂອງພວກເຂົາ"

ເບິ່ງແມ, ພຣະຢາເວເອີຍ, ແລະ ໂຜດພິຈາຣະນາຂ້ານ້ອຍ

ທີ່ນີ້ເຢຣູຊາເລັມເລີ່ມຕົ້ນເວົ້າຕໍ່ພຣະຢາເວໂດຍກົງ. (ເບິ່ງ: rc://*/ta/man/translate/figs-personification)

ທ່ານທັງຫລາຍທີ່ຍ່າງຜ່ານໄປ, ທ່ານບໍ່ເກີດຄວາມຮູ້ສຶກອັນໃດແນ່ບໍ?

ນີ້ເປັນຄຳກ່າວຫາຂອງປະຊາຊົນຜູ້ທີ່ຍ່າງຜ່ານນະຄອນເຢຣູຊາເລັມ ແລະ ບໍ່ສົນໃຈມັນເລີຍ. ເປັນຮູບແບບຄຳຖາມເຊິງຈູງໃຈຄົນ ເພື່ອເຕືອນພວກເຂົາດ້ວຍຄຳເວົ້າທີ່ແຫລມຄົມ. ອາດແປໄດ້ອີກວ່າ: "ທຸກຄົນທີ່ຜ່ານໄປ ຄວນສົນໃຈກັບຄວາມທຸກຍາກຂອງຂ້ອຍ!" (ເບິ່ງ: rc://*/ta/man/translate/figs-rquestion)

ທ່ານບໍ່ເກີດຄວາມຮູ້ສຶກອັນໃດແນ່ບໍ

ເຢຣູຊາເລັມຍັງສຶບຕໍ່ເວົ້າ, ແຕ່ບັດນີ້ຕໍ່ປະຊາຊົນຜູ້ຍ່າງຜ່ານໄປ. (ເບິ່ງ: rc://*/ta/man/translate/figs-personification)

ເບິ່ງແມ, ຈົ່ງເບິ່ງວ່າມີຄວາມທຸກອັນໃດແດ່ທີ່ຈະຄືກັບຄວາມທຸກທີ່ມາສູ່ຂ້ານ້ອຍ ເປັນຄວາມທຸກຊຶ່ງໄດ້ຖືກເຮັດໃຫ້ແກ່ຂ້ານ້ອຍ

ຄວາມຫມາຍທີ່ນີ້ຄື ບໍ່ມີໃຜໄດ້ຮັບຄວາມເດືອດຮ້ອຍຫລາຍເທົ່າທີ່ຄວນ.

ຂໍຊົງເບິ່ງ ແລະ ຊົງເຫັນ

ຄຳສັບເຫລົ່ານີ້ມີຄວາມຫມາຍຄ້າຍກັນ. ພວກເຂົາພ້ອມກັນເຊີນຊວນຜູ້ອ່ານໃຫ້ເຂົ້າໃຈ ຜ່ານການເບິ່ງເຫັນວ່າບໍ່ມີຄົນໃຜພົບກັບຄວາມຫຍຸ້ງຍາກຫລາຍເທົ່ານີ້ອີກແລ້ວ. (ເບິ່ງ: rc://*/ta/man/translate/figs-doublet)

ເປັນຄວາມທຸກຊຶ່ງໄດ້ມີກັບແກ່ຂ້ານ້ອຍ

ອາດແປໄດ້ອີກວ່າ: "ຄວາມໂສກເສົ້າຊຶ່ງພຣະຢາເວໄດ້ເຮັດກັບຂ້ານ້ອຍ." (ເບິ່ງ: rc://*/ta/man/translate/figs-activepassive)

ໃນວັນທີ່ພຣະອົງໂກດຮ້າຍຢ່າງຮ້າຍແຮງນັ້ນ

ອາດແປໄດ້ອີກວ່າ: "ເມື່ອພຣະອົງໂກດຮ້າຍຢ່າງຮຸນແຮງ" (ເບິ່ງ: rc://*/ta/man/translate/figs-idiom)