lo_tn/lam/01/11.md

40 lines
3.9 KiB
Markdown
Raw Normal View History

2021-06-16 18:30:51 +00:00
# ປະຊາຊົນຂອງນາງ
ຄຳວ່າ "ນາງ" ຫມາຍເຖິງເຖິງເຢຣູຊາເລັມ ຜູ້ທີ່ຖືກບັນຍາຍວ່ານາງເປັນຍິງຄົນຫນຶ່ງ. ອາດແປໄດ້ອີກວ່າ: "ໄພ່ພົນຂອງນາງ" ຫລື "ປະຊາຊົນຂອງເມືອງ" (ເບິ່ງ: [[rc://*/ta/man/translate/figs-personification]])
# ຂອງລໍ້າຄ່າ
"ຄວາມຮັ່ງມີ"
# ເພື່ອກອບກູ້ຊີວິດຂອງພວກເຂົາ
ອາດແປໄດ້ອີກວ່າ: "ເພື່ອຊ່ວຍຊີວິດຂອງພວກເຂົາ" ຫລື "ເພື່ອຟື້ນຟູກຳລັງຂອງພວກເຂົາ"
# ເບິ່ງແມ, ພຣະຢາເວເອີຍ, ແລະ ໂຜດພິຈາຣະນາຂ້ານ້ອຍ
ທີ່ນີ້ເຢຣູຊາເລັມເລີ່ມຕົ້ນເວົ້າຕໍ່ພຣະຢາເວໂດຍກົງ. (ເບິ່ງ: [[rc://*/ta/man/translate/figs-personification]])
# ທ່ານທັງຫລາຍທີ່ຍ່າງຜ່ານໄປ, ທ່ານບໍ່ເກີດຄວາມຮູ້ສຶກອັນໃດແນ່ບໍ?
ນີ້ເປັນຄຳກ່າວຫາຂອງປະຊາຊົນຜູ້ທີ່ຍ່າງຜ່ານນະຄອນເຢຣູຊາເລັມ ແລະ ບໍ່ສົນໃຈມັນເລີຍ. ເປັນຮູບແບບຄຳຖາມເຊິງຈູງໃຈຄົນ ເພື່ອເຕືອນພວກເຂົາດ້ວຍຄຳເວົ້າທີ່ແຫລມຄົມ. ອາດແປໄດ້ອີກວ່າ: "ທຸກຄົນທີ່ຜ່ານໄປ ຄວນສົນໃຈກັບຄວາມທຸກຍາກຂອງຂ້ອຍ!" (ເບິ່ງ: [[rc://*/ta/man/translate/figs-rquestion]])
# ທ່ານບໍ່ເກີດຄວາມຮູ້ສຶກອັນໃດແນ່ບໍ
ເຢຣູຊາເລັມຍັງສຶບຕໍ່ເວົ້າ, ແຕ່ບັດນີ້ຕໍ່ປະຊາຊົນຜູ້ຍ່າງຜ່ານໄປ. (ເບິ່ງ: [[rc://*/ta/man/translate/figs-personification]])
# ເບິ່ງແມ, ຈົ່ງເບິ່ງວ່າມີຄວາມທຸກອັນໃດແດ່ທີ່ຈະຄືກັບຄວາມທຸກທີ່ມາສູ່ຂ້ານ້ອຍ ເປັນຄວາມທຸກຊຶ່ງໄດ້ຖືກເຮັດໃຫ້ແກ່ຂ້ານ້ອຍ
ຄວາມຫມາຍທີ່ນີ້ຄື ບໍ່ມີໃຜໄດ້ຮັບຄວາມເດືອດຮ້ອຍຫລາຍເທົ່າທີ່ຄວນ.
# ຂໍຊົງເບິ່ງ ແລະ ຊົງເຫັນ
ຄຳສັບເຫລົ່ານີ້ມີຄວາມຫມາຍຄ້າຍກັນ. ພວກເຂົາພ້ອມກັນເຊີນຊວນຜູ້ອ່ານໃຫ້ເຂົ້າໃຈ ຜ່ານການເບິ່ງເຫັນວ່າບໍ່ມີຄົນໃຜພົບກັບຄວາມຫຍຸ້ງຍາກຫລາຍເທົ່ານີ້ອີກແລ້ວ. (ເບິ່ງ: [[rc://*/ta/man/translate/figs-doublet]])
# ເປັນຄວາມທຸກຊຶ່ງໄດ້ມີກັບແກ່ຂ້ານ້ອຍ
ອາດແປໄດ້ອີກວ່າ: "ຄວາມໂສກເສົ້າຊຶ່ງພຣະຢາເວໄດ້ເຮັດກັບຂ້ານ້ອຍ." (ເບິ່ງ: [[rc://*/ta/man/translate/figs-activepassive]])
# ໃນວັນທີ່ພຣະອົງໂກດຮ້າຍຢ່າງຮ້າຍແຮງນັ້ນ
ອາດແປໄດ້ອີກວ່າ: "ເມື່ອພຣະອົງໂກດຮ້າຍຢ່າງຮຸນແຮງ" (ເບິ່ງ: [[rc://*/ta/man/translate/figs-idiom]])