lo_tn/rom/11/01.md

4.0 KiB

ຂໍ້ມູນເຊື່ອມຕໍ່:

ເຖິງແມ່ນວ່າອິດສະລາເອນໃນຖານະທີ່ເປັນປະເທດໄດ້ປະຕິເສດພຣະເຈົ້າ,ພຣະເຈົ້າຊົງຕ້ອງການໃຫ້ພວກເຂົາເຂົ້າໃຈການຫລອດມາໂດຍພຣະຄຸນໂດຍປາດສະຈາກການກະທຳ.

ຂ້າພຣະເຈົ້າຈິ່ງເວົ້າວ່າ.

"ຂ້າພຣະເຈົ້າ ໂປໂລຈິ່ງເວົ້າ"

ພຣະເຈົ້າຊົງປະຕິເສດຄົນຂອງພຣະອົງແລ້ວບໍ່?

ໂປໂລຖາມຄຳຖາມນີ້ເພື່ອທີ່ວ່າເຂົາຈະໄດ້ຕອບຄຳຖາມຂອງຄົນຢິວຄົນອື່ນໆທີ່ບໍ່ພໍໃຈທີ່ພຣະເຈົ້າໄດ້ລວມຄົນຕ່າງຊາດໄວ້ໃນປະຊາກອນຂອງພຣະອົງດ້ວຍ,ໃນຂະນະທີ່ຫົວໃຈຂອງຄົນຢິວນັ້ນໄດ້ຖືກທຳໃຫ້ແຂງກະດ້າງ(ເບິ່ງ: rc://*/ta/man/translate/figs-rquestion)

ຂໍຢ່າໃຫ້ເປັນເຊັ່ນນັ້ນເລີຍ.

"ນັ້ນເປັນໄປບໍ່ໄດ້!"ຫຼື"ບໍ່ແມ່ນແນ່ນອນ"ສຳນວນທີ່ປະຕິເສດຢ່າງຫນັກແຫນ້ນວ່າ ສິ່ງນີ້ຈະບໍ່ເກີດຂຶ້ນ ທ່ານອາດຈະມີສ່ວນທີ່ໃກ້ຄຽງໃນພາສາຂອງທ່ານທີ່ທ່ານສາມາດໃຊ້ໄດ້ໃນຈຸດນີ້ ໃຫ້ເບິ່ງວ່າທ່ານແປຄຳນີ້ຢ່າງໃດໃນ. ROM 9:14

ເຜົ່າເບັນຈາມິນ.

ຄຳນີ້ຫມາຍເຖິງຊົນເຜົ່າທີ່ສືບເຊື້ອສາຍມາຈາກເຜົ່າເບັນຈາມິນຫນຶ່ງໃນສິບສອງເຜົ່າທີ່ພຣະເຈົ້າຊົງແຍກປະຊາກອນຂອງອິດສະລາເອນອອກ.

ທີ່ພຣະອົງຊົງເລືອກໄວ້ກ່ອນແລ້ວ.

"ຄົນທີ່ພຣະອົງຊົງຮູ້ລ່ວງຫນ້າແລ້ວ"

ທ່ານບໍ່ຮູ້ວ່າພຣະຄຳພີກ່າວເຖິງເອລີຢາວ່າຢ່າງໃດຫລື?ທ່ານໄດ້ກ່າວຫາຄົນອິດສະລາເອນຕໍ່ພຣະເຈົ້າວ່າ.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ:"ທ່ານຮູ້ຢ່າງແນ່ນອນວ່າພຣະຄຳພີໄດ້ບັນທຶກກ່ຽວກັບຄັ້ງທີ່ເອລີຢາກ່າວຫາຄົນອິດສະລາເອນຕໍ່ພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-rquestion

ພຣະຄຳພີກ່າວເຖິງວ່າ.

ໂປໂລອ້າງອີງເຖິງພຣະຄຳພີ ດັ່ງກັບວ່າເປັນສິ່ງທີ່ສາມາດເວົ້າໄດ້(ເບິ່ງ: rc://*/ta/man/translate/figs-personification

ພວກເຂົາໄດ້ຂ້າ.

"ພວກເຂົາ"ຫມາຍເຖິງປະຊາກອນອິດສະລາເອນ.

ເຫຼືອຂ້າພຣະອົງພຽງຄົນດຽວ

ຄຳສັບພະນາມ"ຂ້າພຣະອົງ"ຈຸດນີ້ຫມາຍເຖິງເອລີຢາ.

ເຂົາຫາທາງທີ່ຈະເອົາຊີວິດຂ້າພຣະອົງ.

"ຕ້ອງການທີ່ຈະຂ້າ ຂ້າພຣະອົງ"